ວັນທີ 19 ພຶດສະພາ 2026 ຢູ່ທີ່ ສະໂມສອນເມືອງວຽງພູຄາ ແຂວງຫຼວງນໍ້າທາ ຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງອອ້ມຂ້າງເມືອງວຽງພູຄາ ໄດ້ຮັບຟັງການເຜີຍແຜ່ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະພັກແຂວງຫຼວງນໍ້າທາໂດຍການເປັນປະທານ ຂອງທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີ ທ່ານ ບຸນຊົງ ວາໄຊຢີ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະກໍາມະການປົກຄອງເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ – ຮອງຫົວໜ້າຫ້ອງການ, ພະນັກງານບໍານານ, ຄະນະພັກຄະນະກອງບັນຊາການ, ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນ ເນັ້ນໜັກ ໃຫ້ຄະນະພັກ ຄະນະນໍາ ເເຕ່ລະຂັ້ນຂອງເມືອງວຽງພູຄາສືບຕໍ່ ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ ແລະ ປັບປຸງກົງຈັກການຈັດຕັ້ງຂອງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ,ມຸ່ງໝັ້ນສ້າງເສດຖະກິດຂອງແຂວງຫຼວງນໍ້າທາ ກໍຄືເມືອງວຽງພູຄາ ໃຫ້ມີຄວາມເຂັ້ມແຂງ ເປັນເຈົ້າຕົນເອງ, ແລະ ເສີມຂະຫຍາຍກຳລັງແຮງທົ່ວປວງຊົນ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ນໍາເອົາເນື້ອໃນຈິດໃຈຂອງເອກະສານການເຜີຍແຜ່ໃນຄັ້ງນີ້ໄປເຜີຍແຜ່ໃຫ້ພະນັກງານຫຼັກແຫຼ່ງ, ຕາແສງ, ເລຂາຄະນະພັກບ້ານ ແລະ ປະຊາຊົນພາຍໃນເມືອງວຽງພູຄາຮັບຮູ້ ເຂົ້າໃຈຢ່າງທົ່ວເຖິງ.