ຕອນເຊົ້້າວັນທີ 2 ກັນຍາ 2026 ທ່ານ ກູ່ລະສິນ ວິແຄລູ່ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານ ໄດ້ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈແກ່ຄອບຄົວພະນັກງານທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ໂອກາດດັ່ງກ່າວ ທ່ານໄດ້ ນໍາເອົາຄວາມເປັນຫ່ວງເປັນໄຍຈາກຄະນະພັກ, ຄະນະນໍາຂອງຄະນະໂຄສະນາອົບຮົມແຂວງ ແລະ ນໍາເອົານໍ້າດື່ມ, ອາຫານແຫ້ງ ມອບໃຫ້ແກ່ຄອບຄົວທີ່ຖືກຜົນກະທົບ ຈົ່ງພ້ອມກັນຜ່ານພົ້ນວິກິດຈາກໄພທໍາມະຊາດໃນຄັ້ງນີ້.
