
ໃນວັນທີ 13 ສິງຫາ 2026, ຢູ່ທີ່ ຫ້ອງປະຊຸມຄະນະຈັດຕັ້ງແຂວງ ແຂວງຫຼວງນ້ຳທາ ທ່ານ ສິງໄຊ ວັນຄຳ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ, ໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ໃນໂອກາດພິທີປາຖະກະຖາ ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈຳໜ່າຍ ຄົບຮອບ 76 ປີ. ມີຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໝ້າຂະແໜງ, ຮອງຫົວຫນ້າຂະແໜງ ແລະ ພະນັກງານວິຊາການເຂົ້າຮ່ວມ.
ທ່ານ ສິງໄຊ ວັນຄຳ ກໍາມະການປະຈໍາພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເຜີຍແຜ່ຜົນສຳເລັດ ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I, ເຊິ່ງທ່ານ ໄດ້ກ່າວວ່າ: ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ໄດ້ຈັດຂື້ນໃນລະຫ່ວາງ ວັນທີ 13 -15 ກໍລະກົດ 2026 ຢູ່ທີນະຄອນຫຼວງວຽງຈັນ ໃນກອງປະຊຸມໄດ້ຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານສື່ມວນຊົນ ຢູ່ໃນໄລຍະ 70 ກ່ວາປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫົນຜົນງານຂໍ້ຄົງຄ້າງ ທີ່ພວກເຮົາຈະຕ້ອງໄດ້ພ້ອມກັນສົ່ງເສີມ ແລະ ຊອກຫາວິທີການປັບປຸງແກ້ໄຂ້, ໃນກອງປະຊຸມໄດ້ເອກະພາບຮັບຮອງເອົາຍຸດທະສາດແຜນພັດທະນາວຽກງານສື່ມວນຊົນໃນຕໍ່ໝ້າ ໂດຍສະເພາະແມ່ນການເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນໃນເງື່ອນໄຂໃໝ່. ຈາກນັ້ນ, ກອງປະຊຸມກໍໄດ້ມີການສົນທະນາແລກປ່ຽນຄົ້ນຄວ້າວິທະຍາສາດຕາມຫົວຂໍ້ຕ່າງໆ ເຊິ່ງໄດ້ເວົ້າເຖິງກ່ຽວກັບຈັນຍາບັນ ແລະ ບັນດານິຕິກໍາຕ່າງໆ ທີ່ພົວພັນກັບວຽກງານສື່ມວນຊົນຂອງພວກເຮົາ. ໃນນີ້ ກອງປະຊຸມກໍໄດ້ຍົກໃຫ້ເຫັນວ່າ ຍາມໃດພັກຂອງພວກເຮົາກໍໄດ້ຖືສໍາຄັນຕໍ່ກັບວຽກງານໂຄສະນາອົບຮົມການເມືອງນໍາພາແນວຄິດ.
ໃນນີ້ ວຽກງານສື່ມວນຊົນກໍເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ເປັນເຄື່ອງມືທາງດ້ານການເມືອງ-ແນວຄິດ ຂອງການຈັດຕັ້ງພັກໃນລະບອບການເມືອງ, ປັດຈຸບັນກໍໄດ້ກາຍເປັນວຽກງານທີ່ສໍາຄັນທີ່ສຸດລະຫວ່າງພັກກັບປະຊາຊົນ. ທັງເປັນການນໍາເອົາແນວຄິດທິດສະດີປະຕິວັດ, ແນວທາງແຜນນະໂຍບາຍຂອງພັກໄປສູ່ປະຊາຊົນ ແລະ ທັງເປັນຜູ້ນໍາເອົາຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນມາສ່ອງແສງໃຫ້ພັກໄດ້ຮັບຊາບ. ຫຼື ເວົ້າໄດ້ວ່າ ສື່ມວນຊົນກາຍເປັນຂົວຕໍ່ທີ່ສໍາຄັນທີ່ສຸດລະຫວ່າງ ພັກ-ລັດ ກັບປະຊາຊົນລາວບັນດາເຜົ່າ. ສະນັ້ນ, ວຽກງານສື່ມວນຊົນຈຶ່ງມີຄວາມໝາຍສໍາຄັນ ທີ່ຈະຕ້ອງໄດ້ເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ກັບວຽກງານນີ້. ເນື່ອງຈາກວ່າ ການເພີ່ມທະວີບົດບາດການນໍາພາຂອງພັກ ແມ່ນໝາຍເຖິງການຍົກສູງບົດບາດຂອງພັກໃນການນໍາພາ-ຄຸ້ມຄອງ ວຽກງານສື່ມວນຊົນພາຍໃຕ້ລະບຽບກົດໝາຍທີ່ກໍານົດໄວ້, ແມ່ນການກໍານົດທິດທາງການເມືອງ, ອຸດົມການ ແລະ ຮັບປະກັນໃຫ້ວຽກງານສື່ມວນຊົນກາຍເປັນກະບອກສຽງທີ່ແຫຼມຄົມຂອງພັກ ໃນການຈັດຕັ້ງພັກ, ລັດ ແລະ ສັງຄົມ. ວຽກງານການເພີ່ມທະວີບົດບາດການນໍາພາຂອງພັກ ຈຶ່ງມີຄວາມສໍາຄັນຕໍ່ວຽກງານສື່ມວນຊົນ.
ຄຽງຄູ່ກັນນີ້ ເພື່ອຮັບໃຊ້ຫນ້າທີ່ການເມືອງວຽກງານພີມຈໍາໜ່າຍກໍ່ໄດ້ມີບົດບາດໃນການ ພິມເອກະສານຂອງກອງປະຊຸມໃຫຍ່, ພິມຄໍາຮຽກຮ້ອງຂອງລັດຖະບານລາວຕໍ່ຕ້ານ ແລະ ອື່ນໆ; ຫນັງສືພິມລາວອິດສະລະ ກໍ່ໄດ້ມີການສ້າງຕັ້ງໂຮງພິມ ລາວອິດສະລະ ຂຶ້ນ. ຫົວຫນ້າ ແລະ ຄະນະໂຮງພິມຄະນະທໍາອິດມີ: ທ່ານ ສີທາ ເພັງແພງເມືອງ, ທ່ານ ຄໍາສິງ ຫອມສົມບັດ ແລະ ທ່ານ ຄໍາພັນ ຈັນທະລາດ, ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານ ສີຊະນະ ສີສານ ຫົວຫນ້າ. ໃນບັ້ນຮົບປົດປ່ອຍຊໍາເຫນືອ ແຂວງຫົວພັນ ປີ 1953 ໄດ້ສ້າງຕັ້ງໂຮງພິມອິດສະຫລະ. ມາຮອດ ວັນທີ 6 ມັງກອນ 1956 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ ແນວລາວອິດສະຫລະ ໄດ້ໄຂຂຶ້ນຢູ່ແຂວງຫົວພັນ ແລະ ໄດ້ຕົກລົງປ່ຽນຊື່ມາເປັນແນວລາວຮັກຊາດ. ມາຮອດ ເດືອນ ສິງຫາ 1975 ຊື່ງເປັນໄລຍະຝ່າຍກໍາລັງປະຕິວັດ ໄດ້ຮັບໄຊຊະນະ ໃນຂອບເຂດທົ່ວປະເທດ, ຫນັງສືພິມ ລາວຮັກຊາດ ໄດ້ກັບຄືນມາຕັ້ງສໍານັກງານຢູ່ນະຄອນຫລວງວຽງຈັນ ໂດຍປ່ຽນຊື່ເປັນ ສຽງປະຊາຊົນ ຊື່ງຢູ່ນໍາສະພາບແວດລ້ອມແຫ່ງບາດລ້ຽວປະຫວັດສາດ ທີ່ມີຄວາມຫມາຍສໍາຄັນພິເສດ ໃນການແບກຫາບຫນ້າທີ່ອັນຫນັກຫນ່ວງ ແລະ ມີກຽດສະຫງ່າຂອງໄຊນະນະລວມ, ຍາດເອົາເອກະລາດ, ອິດສະຫລະພາບ ມາໃຫ້ປະຊາຊົນທັງຊາດ. ມາໃນວັນທີ 22 ມີນາ 1983 ສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ຕົກລົງປ່ຽນຊື່ຫນັງສືພິມ ສຽງປະຊາຊົນ ມາເປັນຫນັງສືພິມ ປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ຈົນເຖິງປະຈຸບັນ.