ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ເປີດຮຽນສະໜັບສະໜູນໃຫ້ແກ່ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ.

ໃນຕອນເຊົ້າຂອງວັນທີ 24 ສິງຫາ 2026 ຢູ່ທີ່ຫ້ອງຮຽນຂອງຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນໃຫ່ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຕາມການສະເໜີຂອງບັນດາໜ່ວຍພັກພະແນກການອ້ອມຂ້າງແຂວງ ໂດຍເປັນກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງສະຫາຍ ຄໍາມີ ວົງບົວລົມ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະໂຄສະນາອົບຮົມແຂວງ; ການເປີດຮຽນໃນຄັ້ງນີ້ແມ່ນໄດ້ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໝວດທີ I, ມາດຕາ 1 ແລະ 2 ວ່າດ້ວຍລະບຽບການຂະຫຍາຍພັກ ແລະ ຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 12/ຄອສພ, ລົງວັນທີ 03 ມີນາ 2026 ວ່າດ້ວຍການນໍາໃຊ້ເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ອິງຕາມ ມະຕິຕົກລົງຂອງຄະນະປະຈໍາພັກແຂວງຫຼວງນໍ້າທາ ສະບັບເລກທີ 81/ຄປພຂ ລົງວັນທີ 19 ສິງຫາ 2026 ວ່າດ້ວຍການອະນຸມັດໃຫ້ ຄະນະໂຄສະນາອົບຮົມແຂວງ ເປີດຮຽນເອກະສານສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າທີ່ມາຈາກ, ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ໜ່ວຍພັກຄະນະຈັດຕັ້ງແຂວງ, ໜ່ວຍພັກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໜ່ວຍພັກສະຫະພັນກໍາມະບານແຂວງ, ໜ່ວຍພັກຊາວໝຸ່ມແຂວງ, ໜ່ວຍພັກຮາກຖານຫ້ອງການຄະນະກໍາມະການສົ່ງເສີມ ແລະ ການລົງທຶນແຂວງ ແລະ ໜ່ວຍພັກອົງການກາແດງແຂວງ ເຊິ່ງມີຜູ້ເຂົ້າຮຽນທັງໝົດ 17 ສະຫາຍ, ຍິງ 04 ສະຫາຍ.
ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກປະກອບມີ 20 ຄໍາຖາມ ແລະ 20 ຄໍາຕອບກ່ຽວກັບພັກປະຊາຊົນປະຕິວັດລາວ ເພື່ອໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ, ວັດຖຸປະສົງ,  ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂ, ໄດ້ຮໍ່າຮຽນເອົາບັນດາແນວທາງຂອງພັກໃຫ້ມີຄວາມຕື່ນຕົວ, ບຸກບືນສູ້ຊົນເພື່ອບັນລຸອຸດົມການຂອງພັກ, ຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ພັກ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫອມຕົນເອງໃຫ້ຄົບຕາມມາດຖານເງື່ອນໄຂ ເພື່ອເລື່ອນຈາກມະຫາຊົນຜູ້ທີ່ມີຄວາມກ້າວໜ້າໃຫ້ໄດ້ເຂົ້າເປັນສະມາຊິກພັກສໍາຮອງ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍ ຂອງສະຫາຍ ຄໍາມີ ວົງບົວລົມ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະໂຄສະນາອົບຮົມແຂວງ; ເຊີ່ງພິທີດັ່ງກ່າວໄດ້ດໍາເນີນເປັນເວລາ 1 ຕອນ ແລະ ໄດ້ປິດລົງຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa