ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ເປີດຊຸດຝຶກອົບຮົມທິດສະດີແນວທາງ ການເມືອງຂອງພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງ ກອງພັນ 419 ທະຫານແຂວງຫຼວງນໍ້າທາ

ໃນວັນທີ 14 ກັນຍາ 2026 ນີ້, ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ຮ່ວມກັບ ຄະນະບັນຊາກອງພັນ 419 ໄດ້ເປີດຊຸດຝຶກອົບຮົມທິດສະດີແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງ ກອງພັນ 419 ທະຫານແຂວງຫຼວງນໍ້າທາ.ໂດຍການເຂົ້າຮ່ວມ ຂອງສະຫາຍ ສິງໄຊ ວັນຄຳ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,  ສະຫາຍ ຄຳເຫຼັກ ສາຍຄຳພວນ ກຳມະການພັກແຂວງ ຫົວໜ້າຫ້ອງການເມືອງ ກອງບັນຊາການ ທະຫານແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ນາຍ ແລະ ພົນທະຫານກອງພັນ 419 ເຂົ້າຮ່ວມ  ຊຸດຝຶກອົບຮົມຄັ້ງນີ້ ເປັນຊຸດທີ 3 ປະຈໍາປີ 2026, ການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດດ້ານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ ສະມາຊິກພັກ ກອງພັນ 419 , ຊຸດຝຶກອົບຮົມຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ມີ 5 ພາກ, 14 ບົດ ເຊິ່ງກວມເອົາເນື້ອໃນສໍາຄັນ ເຊັ່ນ:  ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ – ເລນິນ, ຄວາມຮູ້ພື້ນຖານກ່ຽວກັບແນວທາງການເມືອງຂອງພັກ , ເຕັກນິກວິທີການນຳໃຊ້ຮູບແບບການບັນຍາຍ, ການແລກປ່ຽນຄຳຄິດເຫັນ ແລະ ການແກ້ໄຂຂໍ້ຂ້ອງໃຈ. ການຝຶກອົບຮົມຄັ້ງນີ້ແມ່ນເພື່ອເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີປະຊາທິປະໄຕຂອງພັກ, ແນວທາງເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງຝຶກຝົນຄຸນສົມບັດສິນທໍາປະຕິວັດ ແລະ ເພີ່ມພູນຄວາມສາມາດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ.

ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງໄດ້ມີຄວາມຮັບຮູ້-ເຂົ້າໃຈຢ່າງໜັກແໜ້ນ, ສາມາດນຳເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ, ເພີ່ມພູນຄຸນສົມບັດທັດປະຕິວັດ ແລະ ສ້າງພະນັກງານຫຼັກແຫຼ່ງໃຫ້ມີຄວາມເຂັ້ມແຂງ, ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາແຂວງຫຼວງນ້ຳທາໃຫ້ຈະເລີນກ້າວໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa