ແຂວງຫຼວງນໍ້າທາຈູດທຳລາຍຢາເສບຕິດ 6 ລ້ານ 1 ແສນກວ່າເມັດ ໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ວັນທີ 16 ກັນຍາ 2026ແຂວງຫຼວງນໍ້າທາ ໄດ້ຈັດພິທີຈູດທໍາລາຍຢາເສບຕິດໃນວັນແຫ່ງຊາດຕ້ານຢ່າເສບຕິດຄົບຮອບ 25 ປີ 12 ຕຸລາ 2001 – 12 ຕຸລາ 2026 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ອິນສົມ ທໍາລະສິນ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປ ກ ສ ແຂວງ, ທ່ານ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ກຳມະການປະຈຳພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີບັນດາທ່ານ ຫົວໜ້າພະແນກການ, ອົງການທຽບເທົາ, ພະນັກງານ,ທະຫານຕໍາຫຼວດ,ບັນດາບໍລິສັດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນເຂົ້າຮ່ວມ.

ພິທີທຳລາຍຢາເສບຕິດໃນຄັັັ້ງນີ້ ໄດ້ນຳເອົາຂອງກາງຢາເສບຕິດ ທີ່ສານໄດ້ຕັດສິນ ແລະ ນໍາໃຊ້ໄດ້ຢ່າງເດັດຂາດ ມາຈູດທຳລາຍຄື: ຢາບ້າ: ຈຳນວນ 3,061 ມັດ ກັບ 621 ເມັດ, ລວມມີ 6,122,621 ເມັດ, ມີນ້ຳໜັກ 612,262.1 ກຣາມ, ຢາອີ: ຈຳນວນ 34 ເມັດ, ມີນ້ຳໜັກ 98.99 ກຣາມ, ຢາໄອສ໌: ມີນ້ຳໜັກ 75.99 ກຣາມ. ເຮໂລອິນ: ມີນ້ຳໜັກ 36.19 ກຣາມ. ເຄຕາມິນ: ມີນ້ຳໜັກ 1,202.36 ກຣາມ.ຄໍລາເຈນ: ມີນ້ຳໜັກ 4,003.94 ກຣາມ. ກາເຟປາຕີ: ຈຳນວນ 28 ຊ່ອງ, ມີນ້ຳໜັກ1,463.28 ກຣາມ. ຢາສູບໄຟຟ້າ: ຈຳນວນ 10 ອັນ. ແປ້ງ (ສານເຄມີ/ວັດຖຸອອກລິດ): ຈຳນວນ 1,398 ເປົາ, ມີນ້ຳໜັກ 34,950 ກິໂລກຣາມ.ຂອງກາງຢາເສບຕິດທີ່ຍຶດໄດ້ເກັບມ້ຽນໃນສາງ (ເຈົ້າຂອງເອົາຕົວຫຼົບໜີ): ໃບກະທອມ: ຈຳນວນ 21 ຖົງນ້ອຍ. ຢາດີໄອ: ຈຳນວນ 425 ປ່ອງນ້ອຍ. ຢາສູບໄຟຟ້າ: ຈຳນວນ 1,950 ອັນ. ສານນິໂກຕີນນ້ຳຢາຫົວເຊື້ອໄຟຟ້າ: ຈຳນວນ 7 ຕຸກ.

ທ່ານ ພັນເອກ ຄໍາຕຸນ ບຸນລຽນຂັນ ກຳມະການພັກແຂວງ ຮອງຫົວໝ້າກອງບັນຊາການ ປກສ ແຂວງ ໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະພັກ, ອົງການປົກຄອງທຸກຂັ້ນ, ການຈັດຕັ້ງໃນສັງຄົມ ແລະ ປະຊາຊົນບັນດາເຜົ່າ ຈົ່ງເພີ່ມທະວີຄວາມສາມັກຄີ ເປັນເອກະພາບໃນການສະກັດກັ້ນ ຕ້ານ ແລະແກ້ໄຂຢາເສບຕິດ ຢູ່ພາຍໃນແຂວງ ໃຫ້ຫ່າງໄກຈາກຢາເສບຕິດ, ຊ່ວຍເປັນຫູ, ເປັນຕາຊ່ວຍເຈົ້າໝ້າທີ່ ເພື່ອເຮັດໃຫ້ແຂວງຫຼວງນໍ້າທາມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມມີຄວາມປອດໄພ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa