ວັນທີ 30 ຕຸລາ 2026 ນີ້ຢູ່ທີ່ສະໂມສອນ ແຂວງຫຼວງນໍ້າທາ ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ 5 ປີ( 2021-2025 ) ແລະທິດທາງແຜນການ 5 ປີ ( 2026-2030 ) ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາກິ່ງ ຜຸ່ຍຫຼ້າມະນີວົງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ເລຂາ-ຮອງເລຂາພັກເມືອງ, ຄະນະພັກ 2 ກອງບັນຊາການ, ລັດວິສາຫະກິດເຂົ້າຮ່ວມ.
ໃນກອງປະຊຸມໄດ້ຕີລາຄາສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ 5 ປີ( 2021-2025 ) ແລະ ທິດທາງແຜນ ການ 5 ປີ ( 2026-2030 ) ຂອງວຽກງານຄະນະໂຄສະນາອົບຮົມທົ່ວແຂວງ ຕະຫຼອດໄລຍະ 5 ປີຜ່ານມາສະພາບແວດລ້ອມສາກົນ ແລະ ພາກພື້ນໄດ້ສືບຕໍ່ຜັນແປຢ່າງໄວວາ, ສະຫຼັບຊັບຊ້ອນເຊິ່ງມີສິ່ງທ້າທ້າຍ ແລະ ກາລະໂອກາດທີ່ເປັນເງື່ອນໄຂຫຼາຍດ້ານໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມກໍ່ຄື: ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນ ແຂວງ, ໂດຍສະເພາະແມ່ນ: ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພທໍາມະຊາດ, ສັດຕູພືດ, ການແຜ່ລະບາດຂອງພະ ຍາດລະບາດໂຄວິດ-19, ຄະນະພັກອົງການປົກຄອງແຕ່ລະຂັ້ນໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ຂົງເຂດວຽກງານ ຂອງພັກ ແລະ ໃນທົ່ວສັງຄົມໄດ້ສຶກສາອົບຮົມໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບແນວທາງການເມືອງ, ກົດໜາຍຂອງລັດ ແລະ ນິຕິກໍາຕ່າງໆຂອງພັກ-ລັດວາງອອກ, ເຊື່ອມຊືມມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດນາເສດຖະກິດສັງຄົມແຫ່ງຊາດ 5 ປີ, ຄັ້ງທີ IX ( 2021-2025 )ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ເຜີຍແຜ່ເຊື່ອມຊືມມະຕິຄໍາສັ່ງ, ລະບຽບກົດໜາຍຂອງລັດແຕ່ຂັ້ນແຂວງລົງຮອດບັນດາເມືອງ, ກຸ່ມບ້ານ, ຮາກຖານບ້ານ,ວຽກງານສື່ມວນຊົນເຊິ່ງເປັນ ເຄື່ອງມືທາງດ້ານການເມືອງແນວຄິດຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ, ແມ່ນການກໍານົດທິດທາງການເມືອງ, ອຸດົມການ ແລະ ຮັບປະກັນໃຫ້ແກ່ສື່ມວນຊົນເປັນກະບອກສຽງທີ່ແຫຼມຄົມຂອງການຈັດຕັ້ງພັກ, ລັດ ແລະ ສັງຄົມ, ຍົກສູງຄຸນນະພາບຂອງວຽກງານສື່ມວນຊົນໃຫ້ນັບມື້ນັບດີຂື້ນ, ມີຄຸນນະພາບ, ທັນສະໄໜ, ວ່ອງໄວ, ທັນຕາມເຫດການ ແລະ ວຽກງານແນວຄິດ, ຫາງສຽງສັງຄົມ, ທົ່ວແຂວງມີຄວາມສະຫງົບ, ມີຄວາມເຊື່ອໜັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໂດຍສະເພາະການພັດ ທະນາເສດຖະກິດ-ສັງຄົມພາຍໃນແຂວງ, ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນໃນສັງຄົມກໍ່ໄດ້ມີການແກ້ໄຂ ດີຂື້ນເທື່ອລະກ້າວ.
ສໍາລັບທິດທາງແຜນການໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ເພີ່ມທະວີການໂຄສະນາສຶກສາອົບຮົມການເມືອງແນວຄິດ, ຍົກສູງຄຸນນະພາບ ແລະ ປະສິດທິພາບຂອງວຽກງານໂຄສະນາດ້ວຍການປັບປຸງພາລະບົດບາດ, ກົງຈັກການຈັດຕັ້ງ, ໂຄສະນາອົບຮົມໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍຫຼວດ, ປະຊາຊົນບັນດາເຜົ່າໃຫ້ມີທັດສະນະຫຼັກໜັ້ນ ຢ່າງທົ່ວເຖິງ, ເພີ່ມທະວີບົດບາດການນໍາພາສື່ມວນຊົນສ້າງໃຫ້ພັກໃນບັນດາອົງການສື່ໃຫ້ມີຄວາມປອດໃສ, ສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກການຈັດຕັ້ງຂອງສື່ມວນຊົນຢູ່ບັນດາອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມໃຫ້ໜັກແໜັນ, ຮັບປະກັນໄດ້ 4 ລັກສະນະຂອງສື່ມວນຊົນ, ວຽກງານແນວຄິດ, ຫາງສຽງສັງຄົມສືບຕໍ່ ເພີ່ມທະວີເປັນເຈົ້າການຄົ້ນຄວ້າ, ກໍາແໜ້ນບັນຫາຢ່າງທັນການ, ສືບຕໍ່ຕິດຕາມ, ເກັບກໍາຂໍ້ມູນ, ຂ່າວສານສະພາບຫາງ ສຽງ-ສັງຄົມ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ ແລະ ອື່ນໆຕື່ມອິກ.
ພ້ອມດຽວກັນນີ້ຜູ້ແທນເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄໍາຄິດເຫັນເປັນຕົ້ນແມ່ນ: ໃຫ້ຮັບປະກັນທາງດ້ານ 4 ຫຼັກສະນະ, ບັນຫາຫາງສຽງໃນສັງຄົມ, ປະກົດການຫຍໍ້ທໍ້ຕ່າງໆ, ສຶກສາອົບຮົມດ້ານການເມືອງແນວຄິດ, ການໂຄສະນາ, ຊີວິດການເປັນຢູ່ຂອງປະຊາຊົນ, ບັນຫາອັດຕາເງິນເຟີ, ວຽກງານການເມືອງແນວຄິດ, ຍົກສູງທາງດ້ານຄວາມຮູ້-ຄວາມສາມາດ.
ໂອກາດນີ້ ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໂອ້ລົມເຊິ່ງກ່ອນອື່ນສະຫາຍໄດ້ ຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຜັນຂະຫຍາຍມະຕິກອງປະຊຸມ, ເຊື່ອມຊືມມະຕິ, ວາລະແຫ່ງຊາດ ແກ້ໄຂບັນຫາຄວາມທຸກຍາກ-ບັນຫາຢາເສບຕິດ, ໂຄສະນາວັນປາຖະກະຖາວັນສໍາຄັນຕ່າງໆຂອງຊາດ, ປັບປຸງກໍ່ສ້າງພັກ, ຫັນລົງກໍ່ສ້າງຮາກຖານການເມືອງແນວຄິດຢູ່ຂັ້ນ ບ້ານ, ຕາແສງ, ການສ້າງບ້ານພັດທະນາ, ການສະໜອງຂໍ້ມູນຂ່າວສານ, ຫາງສຽງສັງຄົມ, ຄວາມຮັບຮູ້ເຂົ້າໃຈ,ຍົກສູງຄຸນນະພາບການໂຄສະນາ, ສຶກສາອົບຮົມດ້ານການເມືອງແນວຄິດ ແລະ ອື່ນໆຕື່ມອິກ.