ຄະນະໂຄສະນາອົບຮົມແຂວງປີດຊຸດຝຶກອົບຮົມທິດສະດີແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງ ກອງພັນ 419 ທະຫານແຂວງຫຼວງນ້ຳທາ

ວັນທີ 18 ກັນຍາ 2026 ນີ້, ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ຮ່ວມກັບ ກອງພັນ 419 ໄດ້ຈັດພິທີປີດຊຸດຝຶກອົບຮົມທິດສະດີແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານຫຼັກແຫຼ່ງ ກອງພັນ 419 ທະຫານແຂວງຫຼວງນ້ຳທາ ພາຍຫຼັງທີໄດ້ດຳເນີນມາແຕ່ວັນທີ 14 ຫາ 18  2026 ໂດຍການເຂົ້າຮ່ວມ ຂອງສະຫາຍ ສິງໄຊ ວັນຄໍາ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,  , ຫາຍ ພັນໂທ ໄມວັນທອງ ອິນຈັກ  ຫົວໜ້າການ ເມືອງ  ກອງພັນ 419 ກອງບັນຊາການ ທະຫານແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ນາຍ ແລະ ພັນນທະຫານກອງພັນ 419 ເຂົ້າຮ່ວມ.     ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນໄດ້ຮຽນຮູ້ມີທັງໝົດ 3 ພາກ, 14 ບົດ ເຊິ່ງກວມເອົາເນື້ອໃນສຳຄັນ ເຊັ່ນ: ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ,  ຄວາມຮູ້ພື້ນຖານກ່ຽວ ກັບ ແນວທາງການເມືອງຂອງພັກເຕັກນິກວິທີການນໍາໃຊ້ຮູບແບບການບັນຍາຍ, ການແລກປ່ຽນຄຳຄິດເຫັນ, ຄົ້ນຄວ້າສຳມະນາ ແລະ ການແກ້ໄຂຂໍ້ຂ້ອງໃຈ ຈຸດປະສົງຕົ້ນຕໍ ແມ່ນໃຫ້ນັກສຳມະນາກອນເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ແນວທາງເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງເຝິກຝົນຄຸນສົມບັດທັດປະຕິວັດ ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປາກົດຜົນເປັນຈິງ. ກຳແໜັນດົມການ ແລະ ແນວທາງການເມືອງ ຂອງພັກຢ່າງຖືກຕ້ອງແຕ່ລະໄລຍະ,  ສາມາດໃນການເຄື່ອນໄຫວ ປະຕິບັດໜ້າທີ່ການເມືອງທີ່ແໜ້ນ, ສາມາດ ຈໍາແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ,    ເປັນການຍົກດັບຄວາມຮູ້ຄວາມສາມາດໃນການນຳພາ-ບັນຊາ: ສຳລັບພະນັກງານ-ນາຍແລະພົນທະຫານ, ການຄຸ້ມຄອງກຳລັງໃຫ້ມີຄວາມເຂັ້ມແຂງ.ສາມາດນຳເອົາຄວາມຮູ້ ໄປໝູນໃຊ້ເຂົ້າ ໃນການປະຕິບັດໜ້າທີ່ວຽກງານຕົວຈິງ, ເພີ່ມພູນຄຸນສົມບັດທັດປະຕິວັດ ແລະ ສ້າງພະນັກງານ ຫຼັກແຫຼ່ງ ໃຫ້ມີຄວາມເຂັ້ມແຂງ, ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາແຂວງຫຼວງນ້ຳທາໃຫ້ຈະເລີນກ້າວໜ້າ ໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນຕື່ມອີກ. ໂອກາດດັ່ງກ່າວ ສະຫາຍ ສິງໄຊ ວັນຄຳ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ສະແດງຄວາມຂອບອົບ, ຂອບໄຈຕໍ່ຄະນະພັກ, ຄະນະບັນຊາກອງບັນຊາການທະຫານແຂວງ ເວົ້າລວມເວົ້າສະເພາະ ແມ່ນກອງພັນ 419 ທະຫານແຂວງ ທີເຫັນຄວາມສຳຄັນຕໍ່ການມາຝຶກອົບຮົມທິດສະດີແນວທາງການເມືອງຂອງພັກ ພ້ອມທັງໄດ້ໂອລົມ ແລະ ເໜັ້ນໜັກພະນັກງານຫຼັກແຫຼ່ງ ກອງພັນ 419 ທະຫານແຂວງ  ຈົ່ງນໍເອົາຄວາມຮູ້ທີໄດ້ຮຽນມາ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ  ໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ມີຄວາມອຸ່ນອຽ່ງ, ທຸ່ນທຽງ ນຳພາ-ບັນຊາ  ພາຍໃນກົມກອງໃຫ້ມີຄວາມສາມາຄີ ແລະ ສະຫງົບປອດໄພ , ໂດຍສະເພາະແມ່ນຫັນເອົາແນວທາງການການເມືອງຂອງພັກແຕ່ລະໄລຍະ ເຜີຍແຜ່, ສຶກສາອົບຮົມ, ແລະ ອະທິບາຍໃຫ້ກຳລັງພົນພາຍໃນຈຸ, ໝວດ, ຫຼື ກອງຮ້ອຍ ເຂົ້າໃຈຢ່າງຖືກຕ້ອງ ພ້ອມກັນປົກປັກຮັກສາແຂວງຫຼວງນໍ້າທາໃຫ້ມີຄວາມສະຫງົບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa