ໃນຕອນເຊົ້າຂອງວັນທີ 2 ຕຸລາ 2026 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມສະມາຊິກພັກໃໝ່ (ສະມາຊິກພັກສໍາຮອງ ) ຢູ່ທີ່ຫ້ອງຮຽນຂອງຄະນະໂຄສະນາອົບຮົມແຂວງ ເຊີ່ງເປັນກຽດກ່າວເປີດຊຸດອົບຮົມ ແລະ ບັນຍາຍເອກະສານອົບຮົມສະມາຊິກພັກໃໝ່ ໂດຍ ສະຫາຍ ສິງໄຊ ວັນຄໍາ ກຳມະການປະຈໍາພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບພາຍໃນຂະແໜງອົບຮົມເຂົ້າຮ່ວມ ແລະ ມີສະມາຊິກພັກໃໝ່ ທີ່ມາຈາກ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໜ່ວຍພັກສະພາປະຊາຊົນແຂວງ, ຄະນະພັກຮາກຖານທະນາຄານການຄ້າແຂວງ, ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ; ເຊິ່ງມີຜູ້ເຂົ້າຮຽນທັງໝົດ 14 ສະຫາຍ, ຍິງ 10ສະຫາຍ.

ການເປີດຊຸດອົບຮົມໃນຄັ້ງນີ້ແມ່ນ ອີງຕາມກົດລະບຽບຂອງພັກ ສະໄໝທີ XII ແລະ ອີງຕາມ ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 10/ຄອສພ, ລົງວັນທີ 03 ມີນາ 2026 ກ່ຽວກັບການນໍາໃຊ້ເອກະສານອົົບຮົມສະມາຊິກພັກໃໝ່ ເພື່ອແນ່ໃສ່ເຮັດໃຫ້ສະມາຊິກພັກໃໝ່ ໄດ້ຮຽນຮູ້ ແລະ ເຊື່ອມຊືມບັນດາເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍສະເພາະແມ່ນ ການເສີມຂະຫຍາຍມູນເຊື້ອຂອງພັກ ແລະ ເປັນການປັບປຸງຍົກລະດັບຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ວຽກງານກໍ່ສ້າງພັກ, ປັບປຸງພັກ ແລະ ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງພະນັກງານ, ສະມາຊິກພັກ ເຮັດໃຫ້ສະມາຊິກພັກໃໝ່ມີຄວາມຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເລື່ອນຈາກສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບຸນ ເຊິ່ງເອກະສານນໍາມາຝຶກອົບອົມໃຫ້ແກ່ສະມາຊິກພັກໃໝ່ ມີທັງໝົດ 5 ບົດ ດັ່ງນີ້:
- ເສີມຂະຫຍາຍມູນເຊື້ອຂອງພັກ.
- ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ.
- ສ້າງການຫັນປ່ຽນວຽກງານພະນັກງານໃນເງື່ອນໄຂປັດຈຸບັນ.
- ສະກັດກັ້ນ ແລະ ໄກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ.
- ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ.
ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍ ສະຫາຍ ສິງໄຊ ວັນຄໍາ ກຳມະການປະຈໍານພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ເນັ້ນໝັກໃຫ້ສະມາຊິກພັກໃໝ່ທຸກສະຫາຍ ຈົ່ງນໍາເອົາບົດຮຽນ ແລະ ທິດສະດີທີ່ໄດ້ຮຽນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຝົນດີ ພ້ອມທັງຮັບປະກັນໃນການປະຕິບັດໜ້າທີ່ການເມືອງໃນແຕ່ລະໄລຍະໃຫ້ກ້າວຂື້ນໄປເລື້ອຍໆ. ພິທີດັ່ງກ່າວໄດ້ດໍາເນີນໄປເປັນເວລາ 1 ວັນ.
