ວັນທີີ 16 ພະຈິກ 2026 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ໄດ້ຕ້ອນຮັບທ່ານ ສີໃສ ວິໄລສັກ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ເຊິ່ງໃຫ້ກຽດກ່າວຕ້ອນຮັບອັນອົບອຸ່ນຂອງທ່ານ ສິງໄຊ ວັນຄຳ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ ແລະ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນຮ່ວມກັບພະນັກງານພາຍໃນຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ໂດຍມີຈຸດປະສົງເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການນຳໃຊ້ຂໍ້ມູນຂ່າວສານຜ່ານເວັບໄຊສ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ ເພື່ອຍົກສູງຄຸນນະພາບທາງດ້ານເນື້ອໃນ ແລະ ຮູບການຂອງວຽກງານໂຄສະນາອົບຮົມ ເວົ້າລວມ ເວົ້າສະເພາະກໍແມ່ນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານ ຄະນະໂຄສະນາອົບແຂວງ ໃຫ້ມີທັກສະໃນການນຳໃຊ້ສື່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ນັບມື້ນັບສູງຂື້ນ.
ໃນວາລະຂອງກອງປະຊຸມ ທ່ານ ຄໍາຫຼ້າ ຈັນທະວິໄລ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານເວບໃຊສໃນໄລຍະຜ່ານມາໃຫ້ແກ່ທ່ານ ສີໃສ ວິໄລສັກ ຮອງຫົວໜ້າກົມ ຂໍ້ມູນຂ່າວສານ (ຄອສພ ) ພ້ອມດ້ວຍທີມງານ ໄດ້ຮັບຊາບ ເຊີ່ງໄດ້ຍົກໃຫ້ເຫັນຜົນງານທີ່ສໍາເລັດຫຼາຍດ້ານ ແລະ ບັນດາຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນແກ້ໄຂໃນຕໍ່ໜ້າ, ເປັນຕົ້ນແມ່ນໄດ້ປືກສາຫາລືເອົາໃຈໃສ່ຕໍ່ແຜນການຈັດຕັ້ງປະຕິບັດວຽກງານຮ່ວມກັນ, ເຊີ່ງຄະນະຮັບຜິດຊອບຈະໄດ້ລົງເຄື່ອນໄຫວວຽກງານຢ່າງຕໍ່ເນື່ອງ, ເປັນປົກກະຕິ ແລະ ມີການເຊື່ອມໂຍງຂໍ້ມູນຂັ້ນຕອນການເຮັດວຽກຢ່າງກົມກຽວ, ພັດທະນາເນື້ອໃນຂ່າວ, ການຂຽນຂ່າວ ແລະ ສົ່ງຂ່າວໃຫ້ສູນກາງໂດຍການໂຄສະນາຜ່ານສື່ໃໝ່ໃຫ້ມີຄວາມວ່ອງໄວ ແລະ ເຖີງປະຊາຊົນໃຫ້ຫຼາຍຂື້ນ
ໃນໂອກາດນີ້ທ່ານ ສີໃສ ວິໄລສັກ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ຂຶ້ນເຜີຍແຜ່ກ່ຽວກັບວຽກງານສື່ແບບໃໝ່ ແລະເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການຮຽນຮູ້ ແລະ ພັດທະນາທັກສະທາງດ້ານສື່ທັນສະໄໝ ພ້ອມທັງໄດ້ຮຽກຮ້ອງໃຫ້ພະນັກງານຕ້ອງເອົາໃຈໃສ່ຍາດແຍ້ງຄວາມຮູ້ໃໝ່ໆ ແລະ ນຳເອົາຄວາມຮູ້ທີ່ໄດ້ມາໄປໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ ວິຊາສະເພາະໃຫ້ມີຄວາມວ່ອງໄວ ພ້ອມນັ້ນ ພ້ອມທັງຍັງໄດ້ເນັ້ນມາຍັງພະນັກງານແຕ່ລະສະຫາຍ ຈົ່ງນຳເອົາບົດຮຽນ ດັ່ງກ່າວໄປ ຜັນຂະຫຍາຍ ແລະ ນຳໃຊ້ໃຫ້ປະກົດຜົນເປັນຈິງ.
ຈາກນັ້ນຄະນະຮັບຜິດຊອບເວບໃຊສໄດ້ແລກປ່ຽນບົດຮຽນນໍາຄະນະຮັບຜິດຊອບຂັ້ນສູນກາງ ເພື່ອແກ້ໄຂຂໍ້ຄົງຄ້າງ ເພື່ອພັດທະນາວຽກງານຂອງຕົນໃຫ້ມີຄວາມທັນສະໄໝສາມາດເຊື່ອມໂຍງກັບພາຍນອກ ແລະ ສ້າງເງື່ອນໄຂໃຫ້ການ ຄົ້ນຄ້ວາກໍາແໜ້ນ, ມະຕິຂອງກອງປະຊຸມໃຫ່ຍ ແລະ ຂອງກອງປະຊຸມສູນກາງພັກ ແຕ່ລະຄັ້ງເວົ້າລວມ ເວົ້າສະເພາະກໍຄືມະຕິກອງປະຊຸມໃຫຍ່ຂອງແຂວງ ກໍຄືແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ລະບຽບກົດຫມາຍຂອງລັດ; ເຜີຍແຜ່ອະທິບາຍໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນເຜົ່າ, ບັນດາຊັ້ນຄົນໃນສັງຄົມ ໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງພ້ອມທັງປຸກລະດົມໃຫ້ມີການຈັດຕັ້ງຜັນຂະຫຍາຍໃຫ້ມີທ່າກ້າວຂື້ນໄປເລື້ອຍໆ.