ເຜີຍແຜ່ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ໃຫ້ ຄະນະພັກ ຄະນະນໍາ, ພະນັກງານຫຼັກແຫຼ່ງຂອງເມືອງວຽງພູຄາ

            ວັນທີ 19 ພຶດສະພາ 2026 ຢູ່ທີ່ ສະໂມສອນເມືອງວຽງພູຄາ ແຂວງຫຼວງນໍ້າທາ ຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງອອ້ມຂ້າງເມືອງວຽງພູຄາ ໄດ້ຮັບຟັງການເຜີຍແຜ່ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະພັກແຂວງຫຼວງນໍ້າທາໂດຍການເປັນປະທານ ຂອງທ່ານ  ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ  ຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີ ທ່ານ ບຸນຊົງ ວາໄຊຢີ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະກໍາມະການປົກຄອງເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ – ຮອງຫົວໜ້າຫ້ອງການ, ພະນັກງານບໍານານ, ຄະນະພັກຄະນະກອງບັນຊາການ, ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.            ວັນທີ 19 ພຶດສະພາ 2026 ຢູ່ທີ່ ສະໂມສອນເມືອງວຽງພູຄາ ແຂວງຫຼວງນໍ້າທາ ຄະນະພັກ, ຄະນະນໍາ, ພະນັກງານຫຼັກແຫຼ່ງອອ້ມຂ້າງເມືອງວຽງພູຄາ ໄດ້ຮັບຟັງການເຜີຍແຜ່ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະພັກແຂວງຫຼວງນໍ້າທາໂດຍການເປັນປະທານ ຂອງທ່ານ  ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ  ຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີ ທ່ານ ບຸນຊົງ ວາໄຊຢີ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະກໍາມະການປົກຄອງເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ – ຮອງຫົວໜ້າຫ້ອງການ, ພະນັກງານບໍານານ, ຄະນະພັກຄະນະກອງບັນຊາການ, ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.

ໂອກາດນີ້ ທ່ານ  ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ  ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນ ເນັ້ນໜັກ ໃຫ້ຄະນະພັກ ຄະນະນໍາ ເເຕ່ລະຂັ້ນຂອງເມືອງວຽງພູຄາສືບຕໍ່ ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ ແລະ ປັບປຸງກົງຈັກການຈັດຕັ້ງຂອງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ,ມຸ່ງໝັ້ນສ້າງເສດຖະກິດຂອງແຂວງຫຼວງນໍ້າທາ ກໍຄືເມືອງວຽງພູຄາ ໃຫ້ມີຄວາມເຂັ້ມແຂງ ເປັນເຈົ້າຕົນເອງ, ແລະ ເສີມຂະຫຍາຍກຳລັງແຮງທົ່ວປວງຊົນ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ນໍາເອົາເນື້ອໃນຈິດໃຈຂອງເອກະສານການເຜີຍແຜ່ໃນຄັ້ງນີ້ໄປເຜີຍແຜ່ໃຫ້ພະນັກງານຫຼັກແຫຼ່ງ, ຕາແສງ, ເລຂາຄະນະພັກບ້ານ ແລະ ປະຊາຊົນພາຍໃນເມືອງວຽງພູຄາຮັບຮູ້ ເຂົ້າໃຈຢ່າງທົ່ວເຖິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa