ໜ່ວຍ ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມ-ນັກຮົບເກົ່າແຂວງໄດ້ເປີດພິທີຮັບຮອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຮອບທີ III ປະຈຳປີ 2023 ແລະ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍ.

ໃນວັນທີ 25 ມັງກອນ 2024 ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມ-ນັກຮົບເກົ່າແຂວງ ໄດ້ເປີດພິທີຮັບຮອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເປັນໜ່ວຍ 3 ດີ ຮອບທີ III ປະຈຳປີ 2023 ແລະ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຂຶ້ນຢ່າງເປັນທາງການທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງ ຊັ້ນ 4, ໂດຍການເປັນປະທານຂອງທ່ານ ນາງ ອຸ່ນທອງ ອິນທະວິໄຊ ຫົວໜ້າໜ່ວຍສະຫະພັນແມ່ຍິງ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ໃສມະນີ ສີດາວອນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ສິງແກ້ວ ແສນປັນຍາ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າຈາກໜ່ວຍແມ່ຍິງອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດ ສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະຂອງກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ເປັນໜ່ວຍສະຫະພັນແມ່ຍິງ 3 ດີ ຮອບທີ III ປະຈຳປີ 2023 ແລະ ທິດທາງແຜນການປີ 2024, ໂດຍອີງໃສ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນໄລຍະຜ່ານມາຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍເນື້ອໃນຄໍາຂັວນ ແລະ ຂໍ້ແຂ່ງຂັນ 3 ດີ, ເຊິ່ງໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ-ນັກຮົບເກົ່າແຂວງ ມີສະມາຊິກສະຫະພັນແມ່ຍິງທັງໝົດ 9 ຄົນ ແລະ ປະເມີນພົນລະເມືອງດີກວມ100%, ພັດທະນາດີກວມ 98%, ສ້າງຄອບຄົວດີກວມ 98%, ປະເມີນຄອບຄົວຕົວແບບໄດ້ 3 ຄອບຄົວ.
ຈາກນັ້ນໄດ້ຜ່ານຮ່າງບົດລາຍງານການເມືອງໄລຍະ 5 ປີຜ່ານມາ ( 2018-2022 ) ແລະ ທິດທາງແຜນການ 5 ປີຕໍ່ໜ້າ ( 2023-2027 ) ແລະ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໜັກ 3 ທ່ານ ເລືອກເອົາ 2 ທ່ານ, ອີງໃສ່ຜົນຂອງການດຳເນີນການປ່ອນບັດເລືອກຕັ້ງ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງຮັບຮອງເອົາ ທ່ານ ນາງ ຈັນສະໝອນ ອຸດທະລັງສີ ເປັນຫົວໜ້າໜ່ວຍ, ທ່ານ ນາງ ວິໄລພອນ ອິນມະນີ ເປັນຮອງພ້ອມທັງເປັນປະທານກວດກາ ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ນາງ ໃສມະນີ ສີດາວອນ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ເຊິ່ງທ່ານໄດ້ຊີ້ທິດເຍືອງທາງໃຫ້ແກ່ຄະນະຊຸດໃໝ່ສືບຕໍ່ຊີ້ນໍາ-ນໍາພາໜ່ວຍສະຫະພັນຄະນະໂຄສະນາອົບຮົມແຂວງໃຫ້ດີຂືນໄປເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa