ສໍາເລັດຊຸດຝິຶກອົບຮົມທິດສະດີ – ແນວທາງການເມືອງ ຂອງພັກ ໃຫ້ແກ່ພະນັກງານ, ສະມາຊິກພັກ ປະຈຳປີ 2026 ທີ່ ເມືອງຫຼວງນໍ້າທາ

ຄະນະໂຄສະນາອົບຮົມ ແຂວງຫຼວງນໍ້າທາ ປິດຊຸດຝຶກອົບຮົມທິດສະດີ-ແນວທາງການເມືອງ ຂອງພັກ ໃຫ້ແກ່ພະນັກງານ, ສະມາຊິກພັກ ປະຈຳປີ 2026 ທີ່ ເມືອງຫຼວງນໍ້າທາ ໃນວັນທີ 3 ກໍລະກົດ 2026 ຢູ່ທີ່ສະໂມສອນເມືອງຫຼວງນໍ້າທາ ໂດຍການເຂົ້າຮ່ວມຂອງ ສະຫາຍ ສິງໄຊ ວັນຄຳ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບແຂວງ, ມີສະຫາຍ ນາງ ຈັນສະໄໝ ແກ້ວມະນີວົງ ຮອງເລຂາພັກເມຶອງ ຫົວໜ້າຄະນະຈັດຕັ້ງເມືອງຫຼວງນໍ້າທາ, ມີແຂກຖືກເຊີນຈາກຫົວໜ້າຫ້ອງການ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ສຳມະນາກອນເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ປະກອບມີ 14 ບົດຄື:  ຄວາມຮູ້ພື້ນຖານທິດສະດີມາກ-ເລນິນ ແລະ ວິທີວັດຖຸນິຍົມສັດຈະວິພາກ, ວຽກງານໂຄສະນາອົບຮົມຂອງພັກໃນໄລຍະໃໝ່, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ເນື້ອໃນ ໂຄງການ ການເມືອງ ສະບັບທີ 3 ຂອງພັກ, ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ແນວທາງເສດຖະກິດຂອງພັກ ແລະ ການສ້າງເສດຖະກິດເປັນເອກະລາດ ເປັນເຈົ້າຕົນເອງ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ, ການພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳ  – ສັງຄົມ ແລະ ສິ່ງແວດລ້ອມ, ການສ້າງລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນໍາພາຂອງພັກ, ແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ແນວທາງການຕ່າງປະເທດທີ່ສ້າງສັນ, ການພົວພັນເພື່ອນມິດຍຸດທະສາດ, ສັງຄົມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກໍາລັແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ Xll ຂອງພັກ ( 2026-2030 ) ແລະ ການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX ຂອງແຂວງ, (2026-2030) ແລະ ການຈັດຕັ້ງປະຕິບັດແນວທາງ ແລະ ແຜນນະໂຍບາຍຂອງພັກ ເຂົ້າໃນວຽກງານຕົວຈິງ. ການຈັດຊຸດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອແນໃສ່ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ທາງດ້ານທິດສະດີມາກ-ເລນິນ, ເສັ້ນທາງກ້າວເດີນ ແລະ ແນວທາງນະໂຍບາຍຕ່າງໆ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ແກ່ພະນັກງານ ແລະ ສະມາຊິກພັກ ຢູ່ພາຍໃນເມືອງຫຼວງຍໍ້າທາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ພ້ອມທັງສາມາດນຳເອົາເນື້ອໃນຈິດໃຈ, ບົດຮຽນ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ຢູ່ຮາກຖານຂອງຕົນເອງໃຫ້ມີປະສິດທິຜົນສູງຂຶ້ນ.ໂອກາດນີ້ ສະຫາຍ ສິງໄຊ ວັນຄໍາ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບແຂວງ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ສໍາມະນາກອນທຸກສະຫາຍ ທີ່ມີຄວາມມານະອົດທົນ ຈົນເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.  ພ້ອມນີ້ທ່ານກໍ່ໄດ້ເນັ້ນໜັກໃຫ້ພະນັກງານ-ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ບາງດ້ານເປັນຕົ້ນແມ່ນ: ກຳແໜ້ນ ແລະ ຜັນຂະຫຍາຍ ເອົາໃຈໃສ່ກຳແໜ້ນເນື້ອໃນຈິດໃຈ, ທິດສະດີແນວທາງ ທີ່ໄດ້ຮຽນມາໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຢູ່ກົມກອງ ແລະ ທ້ອງຖິ່ນຂອງຕົນ ໃຫ້ເກີດດອກອອກຜົນເປັນຮູບປະທຳ. ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ. ເພີ່ມທະວີຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ໃນການເຄົາລົບກົດລະບຽບຂອງພັກ, ກົດໝາຍຂອງລັດ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີສະຕິຕໍ່ການຈັດຕັ້ງສູງ ຕ້ານປະກົດການຫຍໍ້ທໍ້ ພ້ອມນີ້ກໍ່ໄດ້ຮຽກຮ້ອງໃຫ້ທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຕັ້ງໜ້າສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງເມືອງຫຼວງນໍ້າທາ ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນຢ່າງແຂງແຮງ. ພ້ອມນີ້ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມຕຶ່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa