ພິທີ ປິດການແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວແຂວງ ຫຼວງນໍ້າທາຄັ້ງທີ IV ທີ່ເມືອງວຽງພູຄາເປັນເຈົ້າພາບ

ວັນທີ 11 ພຶດສະພາ 2026 ນີ້ ຢູ່ທີ່ເດີ່ນກິລາເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ປິດການແຂ່ງ
ຂັນກິລານັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງນໍ້າທາຄັ້ງທີ IV ທີ່ເມືອງວຽງພູຄາ ເປັນເຈົ້າພາບ ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ  ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ບຸນຊົງ ວາໄຊຢີ ກໍາມະການພັກແຂວງ ເລຂາພັກເມືອງ, ທ່ານ ທອງສອນ ອາດຜາສຸກ ຮອງຫົວໜ້າພະ​ແນ​ກ ສຶກສາ​ທິການ ​ແລະ ກິລາ​ແຂວງ, ມີຄະນະກໍາມະການປົກຄອງເມືອງ, ກໍາມະການປະຈໍາພັກເມືອງ ,ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຄະນະກໍາມະການປົກຄອງຕາແສງ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາເມືອງ ອ້ອມຂ້າງແຂວງ ຕະຫຼອດຮອດຄູຝິກ ນັກກິລາ ແລະ ມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.  ການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມ 193 ຄົນ,ຍິງ 42  ຄົນ ຊຶ່ງຕາງໜ້າໃຫ້ 5 ເມືອງຄືື: ເມືອງວຽງພູຄາ, ເມືອງຫຼວງນໍ້າທາ, ເມືອງສິງ, ເມືອງລອງ ແລະ ເມືອງນາແລ, ການແຂ່ງຂັນມີ 3 ປະເພດ 6 ລາຍການ  ຄື: ບານເຕະ, ກະຕໍ້, ເຕັ້ນຍາວ, ຊຸກນໍ້າໜັກ, ແກ່ວງຈານ ແລະ ຊັດຫຼາວ, ການແຂ່ງຂັ້ນ​ກິລາ​ຄັ້ງ​ນີ້ ເພື່ອພ້ອມກັນຊີງເອົາ 11 ຫລຽນຄຳ, 11 ຫລຽນເງິນ ​ແລະ 11 ຫລຽນທອງ, ຜ່ານການແຂ່ງຂັນ ທີ່ເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນມາແຕ່ວັນທີ 7-11 ພຶດສະພາ 2026,  ຜົນການແຂ່ງຂັນ​ປະກົດວ່າ: ກິລາກະຕໍ້ຊາຍ ທີ I ໄດ້ແກ່ເມືອງລອງ ໄດ້ 1 ຫຼຽນຄໍາ ພ້ອມລາງວັນເງິນສົດ 3.000.000 ກິບ, ທີ II  ເມືອງຫຼວງນໍ້າທາ ໄດ້ 1 ຫຼຽນເງິນ ເງິນສົດ 2.000.000 ກິບ, ທີ III ເມືອງນາແລ ໄດ້ 1 ຫຼຽນທອງ ເງິນສົດ 1.000.000 ກິບ, ກິລາກະຕໍ້ຍິງ:   ທີ I  ໄດ້ແກ່ ເມືອງນາແລ ໄດ້ 1 ຫຼຽນຄໍາ ພ້ອມລາງວັນ ເງິນສົດ 3.000.000 ກິບ, ທີ II ເມືອງຫຼວງນ້ຳທາ ໄດ້ 1 ຫຼຽນເງິນ  ເງິນສົດ 2.000.000 ກິບ, ທີ III ເມືອງສິງ ໄດ້ 1 ຫຼຽນທອງ ເງິນສົດ 1.000.000 ກິບ ຊຸກນໍ້າໜັກຍິງ, ທີ  I  ນ. ແມ້ມພອນ ຈາກເມືອງນາແລ ໄດ້ 1 ຫຼຽນຄໍາ ເງິນສົດ 500.000 ກິບ , ທີ II ນ. ມີເຕາະ  ຄໍບີເຊີ  ຈາກເມືອງສິງ ໄດ້ 1 ຫຼຽນເງິນ  ເງິນສົດ 400.000 ກິບ, ທີ III ນ. ຫຼ້າພັດສອນ ຈາກເມືອງວຽງພູຄາ ໄດ້ 1 ຫຼຽນທອງ ເງິນສົດ 300.000 ກິບ,  ຊຸກນໍ້າໜັກຊາຍ,  ທີ I  ທ.  ພອນສະຫວັນ ຈາກເມືອງວຽງພູຄາ ໄດ້ 1 ຫຼຽນຄໍາ ເງິນສົດ 500.000 ກິບ, ທີ II  ທ.  ດີໂດ ສີສະຫວາດ  ຈາກເມືອງສິງ ໄດ້ 1 ຫຼຽນເງິນ ເງິນສົດ 400.000 ກິບ, ທີ III  ທ. ອອ່ນທາ  ຈາກເມືອງລອງໄດ້ 1 ຫຼຽນທອງ ເງິນສົດ 300.000 ກິບ, ເຕັນຍາວຍິງ, ທີ I ນ. ແມ້ມພອນ ຈາກເມືອງນາແລ ໄດ້ 1 ຫຼຽນຄໍາ ເງິນສົດ 500.000 ກິບ,  ທີ II ນ. ຫຼ້າຈັນສະໄໝ  ຈາກເມືອງວຽງພູຄາໄດ້ 1 ຫຼຽນເງິນ ເງິນສົດ 400.000 ກິບ , ທີ III ນ. ຄໍຊື   ຈາກເມືອງລອງ ໄດ້ 1 ຫຼຽນທອງ ເງິນສົດ 300.000 ກິບ , ເຕັນຍາວຊາຍ ທີ I ທ. ສິດທິລາດ  ຈາກເມືອງນາແລ ໄດ້ 1 ຫຼຽນຄໍາ ເງິນສົດ 500.000 ກິບ,  ທີ II ທ. ຊົງທອງ ຈາກເມືອງວຽງພູຄາ ໄດ້ 1 ຫຼຽນເງິນ ເງິນສົດ 400.000 ກິບ, ທີ III ທ. ແດນ  ຈາກເມືອງລອງ ໄດ້ 1 ຫຼຽນທອງ ເງິນສົດ 300.000 ກິບ, ຊັດຫຼາວຍິງ ທີ I ນ.  ສີສວນ ຈາກເມືອງວຽງພູຄາ ໄດ້ຮັບ 1 ຫຼຽນຄໍາ ເງິນສົດ 500.000 ກິບ, ທີ II ນ.  ຄໍຊື ຈາກ ເມືອງລອງ ໄດ້ 1 ຫຼຽນເງິນ ເງິນສົດ 400.000 ກິບ, ທີ III ນ.  ມິລິ   ຈາກເມືອງສິງໄດ້ 1 ຫຼຽນທອງ ເງິນສົດ 300.000 ກິບ, ຊັດຫຼາວຊາຍ, ທີ I  ທ. ພອນສະຫວັນ  ຈາກເມືອງວຽງພູຄາໄດ້ຮັບ 1 ຫຼຽນຄໍາ ເງິນສົດ 500.000 ກິບ, ທີ II ທ. ສິດທິລາດ  ຈາກເມືອງນາແລໄດ້ 1 ຫຼຽນເງິນ ເງິນສົດ 400.000 ກິບ , ທີ III ທ. ຖາງເສີນກົງ ຈາກ ເມືອງນາແລໄດ້ 1 ຫຼຽນທອງ ເງິນສົດ 300.000 ກິບ,  ແກ່ວງຈານ ຍິງ ທີ  I  ນ. ໂຢເຈີ  ຈາກເມືອງສິງ ໄດ້ຮັບ 1 ຫຼຽນຄໍາ ເງິນສົດ 500.000 ກິບ, ທີ II ນ. ລີສວນ  ຈາກເມືອງວຽງພູຄາໄດ້ 1 ຫຼຽນເງິນ ເງິນສົດ 400.000 ກິບ, ທີ III ນ. ປຸກອາ  ຈາກເມືອງລອງໄດ້ 1 ຫຼຽນທອງ ເງິນສົດ 300.000 ກິບ, ແກ່ວງ ຈານຊາຍ, ທີ  I ທ. ຖາງເສີນກົງ ຈາກເມືອງນາແລ ໄດ້ 1 ຫຼຽນຄໍາ ເງິນສົດ 500.000 ກິບ, ທີ II ທ.  ເບາະແມ໋  ຈາກເມືອງລອງໄດ້ 1 ຫຼຽນເງິນ ເງິນສົດ 400.000 ກິບ, ທີ III  ທ.  ສອກ ຈາກ ເມືອງວຽງພູຄາໄດ້ 1 ຫຼຽນທອງ ເງິນສົດ 300.000 ກິບ, ບານເຕະຊາຍ ທີ I ໄດ້ແກ່ ເມືອງຫຼວງນໍ້າທາ ໄດ້ 1 ຫຼຽນຄໍາ ພ້ອມເງິນລາງວັນ 5.000.000 ກິບ ທີ II  ເມືອງລອວ  ໄດ້ 1 ຫຼຽນເງິນ ພ້ອມເງິນລາງວັນ 4.000.000 ກິບ ທີ III ເມືອງສິງ ໄດ້ 1 ຫຼຽນທອງ ພ້ອມເງິນລາງວັນ 3.000.000    ຜ່ານການຈັດຕັ້ງປະຕິບັດ ແລະ ດໍາເນີນການແຂ່ງຂັນສາມາດສະຫຼຸບຜົນການແຂ່ງຂັນຄື: ອັນດັບທີ 1 (ເຈົ້າຫຼຽນຄໍາ) ໄດ້ແກ່ ເມືອງນາແລ ສາມາຍາດ ໄດ້ 5 ຫຼຽນຄໍາ, 1 ຫຼຽນເງິນ, 3 ຫຼຽນທອງ ລວມ  9 ຫຼຽນ, ອັນດັບທີ 2  ເມືອງວຽງພູຄາ ໄດ້ 3 ຫຼຽນຄໍາ, 3 ຫຼຽນເງິນ, 2 ຫຼຽນທອງ ລວມ 8 ຫຼຽນ , ອັນດັບທີ 3 ເມືອງລອງ  ໄດ້ 1 ຫຼຽນຄໍາ, 3 ຫຼຽນເງິນ, 3 ຫຼຽນທອງ ລວມ  7 ຫຼຽນ , ອັນດັບທີ 4  ເມືອງສິງ ໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ,  3 ຫຼຽນທອງ ລວມ  6 ຫຼຽນ  ແລະ ອັນດັບທີ 5  ເມືອງຫຼວງນໍ້າທາ ໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ,  ລວມ  3 ຫຼຽນ. ໂອກາດນີ້ ກໍ່ໄດ້ມອບຫຼຽນ ແລະ ເງິນລາງວັນແຕ່ລະປະເພດໃຫ້ແກ່ນັກກິລາ ຢ່າງສົມກຽດ,ຈາກນັ້ນເມືອງວຽງພູຄາກໍ່ໄດ້ກ່າວມອບໃຫ້ເມືອງນາແລ ເປັນເມືອງເຈົ້າພາບການຈັດການແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງນໍ້າທາຄັ້ງ 5 ໃນປີ 2029.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa