ວັນທີ 22 ກໍລະກົດ 2026 ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກນໍາຄະນະໂຄສະນາອົບຮົມແຂວງ ໂດຍການຕ້ອນຮັບຂອງທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມດ້ວຍຄວາມອົບອຸ່ນ.
ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາໄດ້ລາຍງານຫຍໍ້ກ່ຽວກັບວຽກງານໂຄສະນາອົບຮົມແຂວງໄລຍະຜ່ານມາ ກໍ່ຄືໃນການຈັດຕັ້ງປະຕິບັດຊ່ວງການໂຮມກົງຈັກການຈັດຕັ້ງພາຍຫຼັງທີ່ໄດ້ຍຸບ -ໂຮມວຽກງານສື່ມວນຊົນມາຂື້ນກັບຄະນະໂຄສະນາອົບແຂວງ, ປັດຈຸບັນຄະນະໂຄສະນາອົບຮົມແຂວງມີພະນັກງານລັດຖະກອນທັງໜົດ 97 ສະຫາຍ, ຍິງ 36 ສະຫາຍ, ມີຄະນະ 4 ສະຫາຍ, ໃນນີ້ຂັ້ນແຂວງປະກອບມີ 5 ຂະແໜງ ( ເພີ່ມຂື້ນ 1 ຂະແໜງ ) ໄລຍະຜ່ານມາຄະນະພັກໄດ້ຖືເອົາວຽກງານສຶກສາອົບຮົມ – ການເມືອງແນວແນວຄິດເປັນຫຼັກ, ຖືເອົາວຽກງານໂຄສະນາອົບຮົມດ້ານການເມືອງແນວຄິດເຊື່ອມຊືມໃຫ້ແກ່ຖັນແຖວ
ພະນັກງານ-ລັດຖະກອນໄດ້ເປັນຢ່າງດີ ເປັນຕົ້ນແມ່ນ: ການເຜີຍແຜ່ເຊື່ອມຊື່ມ, ຜັນຂະຫຍາຍແນວ
ທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ ແລະ ນິຕິກໍາຕ່າງໆຂອງພັກ-ລັດວາງອອກເພື່ອນໍາໄປຈັດຕັ້ງປະຕິບັດ ເປັນຕົ້ນໄດ້ເຊື່ອມຊຶມ, ຜັນຂະຫາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ວຽກງານໂຄສະນາ, ວຽກງານອົບຮົມ, ວຽກງານສັງລວມ ແລະ ຂໍ້ມູນຂ່າວສານ, ວຽກງານຫາງສຽງຂອງສັງຄົມກໍ່ໄດ້ຮັບການຈັດຕັ້ງປະຕິບັດໄດ້ເປັນຢ່າງດີ, ວຽກງານສື່ມວນຊົນກໍ່ໄດ້ສຸມໃສ່ລົງການເກັບກໍາຂໍ້ມູນຂຽນຂ່າວ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ – ລັດວາງອອກທາງສື່ຕ່າງໆໃຫ້ສັງຄົມໄດ້ຮັບຮູ້ຢ່າງເປັນປົກກະຕິ, ພ້ອມນີ້ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ສະເໜີບາງບັນຫາ ເປັນຕົ້ນແມ່ນ ສະເໜີກ່ຽວກັບແຜນການກໍານົດຕໍາແໜ່ງງານພາຍຫຼັງທີ່ໄດ້ໂຮມເຂົ້າກັນ, ປຶກສາຄວາມເປັນໄປໄດ້ໃນການຈັດຊຸດຝືກອົບຮົມວຽກງານຂອງແຕ່ລະຂະແໜງການຢູ່ໃນຄະນະໂຄສະນາອົບຮົມຂັ້ນແຂວງ – ເມືອງ ແລະ ເອົາໃຈໃສ່ພັດທະນາວຽກງານພື້ນຖານໂຄງລ່າງເປັນຕົ້ນແມ່ນພາຫະນະ, ອຸປະກອນຮັບໃຊ້ຕ່າງໆໃຫ້ດີຂື້ນ.
ໂອກາດນີ້ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກກໍ່ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ທາງຄະນະໂຄສະນາອົບແຂວງ ທີ່ມີຜົນງານອັນຜົນເດັ່ນໃນການຈັດຕັ້ງປະຕິວັດວຽກງານໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນໜັກໃຫ້ຄະນະໂຄສະນາອົບຮົມແຂວງກໍ່ຄືພະນັກງານແຕ່ລະສະຫາຍຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຕໍ່ໜ້າທີ່ວຽກງານ, ກໍ່ຄືວຽກງານໂຄສະນາອົບຮົມ, ດ້ານການນໍາພາແນວຄິດ, ການເຊື່ອມຊຶມເອກະສານຕ່າງໆ, ວຽກງານຫາງສຽງຂອງສັງຄົມ, ວຽກງານສື່ມວນຊົນ, ການກໍານົດຕໍາແໜ່ງງານຕ້ອງປະຕິບັດໃຫ້ສອດຄ່ອງ, ມີຄວາມກ້າວໜ້າ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ