ຄະນະໂຄສະນາອົມຮົມແຂວງຝຶກອົບຮົມວຽກງານສື່ມວນຊົນ ໃຫ້ພະນັກງານວິຊາການຂ່າວພາຍໃນແຂວງຫຼວງນ້ຳທາ.

ວັນທີ 3 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຄະນະຈັດຕັ້ງແຂວງຫຼວງນໍ້າທາ. ຄະນະໂຄສະນາອົບຮົມແຂວງໄດ້ເປີດຝຶກອົບຮົມ ວຽກງານສື່ມວນຊົນໃຫ້ພະນັກງານວິຊາການຂ່າວພາຍໃນແຂວງໂດຍການເປັນປະທານຂອງທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກເເຂວງ ຫົວໜ້າຄະນະໂຄສະນາອົບຮົມເເຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບ ແລະ ສໍາມະນາກອນທີ່ມາຈາກ 5 ເມືອງ, ພະແນກການພາຍໃນແຂວງ, 2ກອງບັນຊາການເຂົ້າຮ່ວມ.
ອກາດນີ້ ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກເເຂວງ ຫົວໜ້າຄະນະໂຄສະນາອົບຮົມເເຂວງໄດ້ກ່າວວ່າ: ການຝືກອົບຮົມຄັ້ງນີ້ສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບວຽກງານໂຄສະນາຂອງພັກໃນໄລຍະໃໝ່, ສິລະປະໃນການເວົ້າ ( ວາທະສິ ), ຈັນຍາບັນຂອງການເປັນນັກຂ່າວ-ເຕັກນິກການຖ່າຍວິດີໂອ, ຫຼັກການຂຽນຂ່າວ, ການເປັນໂຄສົກ-ພິທີອນ ແລະ ເຕັກນິກຂອງການຖ່າຍພາບນິ້ງ. ນີ້ກໍ່ເພື່ອປະຕິບັດຕາມທິດຊີ້ນໍາຂອງພັກໃນການຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃນໄລຍະໃໝ່,ເວົ້າລວມ,ເວົ້າສະເພາະ ກໍແມ່ນການສ້າງຄວາມເຂັ້ມແຂງທາງວິຊາການໃຫ້ແກ່ວຽກງານສື່ມວນຊົນພາຍໃນແຂວງຫຼວງນໍ້າທາໃນຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ແລະຈໍາເປັນທີ່ສຸດ ສໍາລັບນັກສື່ມວນຊົນ, ເນື່ອງວ່າ ແມ່ນການຮຽນຮູ້ທາງດ້ານຫຼັກການກ່ຽວກັບການເປັນນັກຂ່າວ, ນັກຈັດລາຍການ,ນັກໂຄສະນາ, ພິທີກອນ, ວິທີການຜະລິດຂ່າວເພື່ອສະໜອງຂໍ້ມູນຂ່າວສານອັນຖືກຕ້ອງໃຫ້ແກ່ມະຫາຊົນ, ນໍາເອົາແນວທາງນະໂຍບາຍຂອງພັກ-ລັດໄປຈັດຕັ້ງຜັນຂະຫຍາຍໃຫ້ມະຫາຊົນຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ. ສໍາຄັນທີ່ສຸດນັກຂ່າວພວກເຮົາຈະໄດ້ຮຽນຮູ້ບັນດາພື້ນຖານຫຼັກມູນທິດດີ ແລະທັກສະໃນການປະຕິບັດຕົວຈິງ, ນອກຈາກການຮຽນຮູ້ທາງດ້ານຫຼັກວິຊາການແລ້ວ, ກໍຍັງຈະໄດ້ຮຽນຮູ້ ແລະກໍາແໜ້ນແນວທາງການເມືອງຂອງພັກ, ເນື່ອງຈາກວ່ານັກສື່ມວນຊົນ ຄືກະບອກສຽງອັນແຫຼມຄົມຂອງພັກ, ເປັນຂົວຕໍ່ລະຫວ່າງພັກ-ລັດກັບປະຊາຊົນບັນດາເຜົ່າ, ເປັນນັກຮົບແນວຄິດ ທີ່ປະຈັນບານ, ໂດຍສະເພາະແມ່ນໃນຍຸກ 4.0, ຍຸກແຫ່ງເທັກໂນໂລຊີຂະຫຍາຍຕົວສູງ, ຍຸກແຫ່ງຂໍ້ມູນຂ່າວສານ ບໍ່ມີພົມແດນ. ສະນັ້ນ, ການສະໜອງຂໍ້ມູນຂ່າວສານທີ່ ວ່ອງໄວ, ຊັດເຈນ, ມີຈັນຍາບັນ ແລະ ມີລັກສະນະນຳພາສູງ ຈຶ່ງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ເພື່ອຮັບໃຊ້ໃຫ້ແກ່ໜ້າທີ່ການເມືອງຂອງພັກ-ລັດພວກເຮົາ, ເພື່ອຕ້ານ ແລະສະກັດກັ້ນບັນດາຂໍ້ມູນຂ່າວສານທີ່ຜິດເຂວຕໍ່ແນວທາງການເມືອງຂອງພັກ, ຕີຖອຍບັນດາການໂຄສະນາຂອງກຸ່ມຄົນບໍ່ດີ ທີ່ຫວັງໂຄ່ນລົ້ມຈົມຕີພັກ-ລັດເຮົາ,ສ້າງຄວາມເຊື່ອມເສຍຕໍ່ບົດບາດການນໍາພາຂອງພັກ. ປັດຈຸບັນສື່ມວນຊົນໄດ້ກາຍເປັນອາວຸດອັນແຫຼມຄົມ, ເປັນເຄື່ອງມືທາງດ້ານການເມືອງ-ແນວຄິດຂອງພັກ, ເປັນຜູ້ນໍາເອົາແນວຄິດ, ແນວທາງຂອງພັກໄປສູ່ປະຊາຊົນ ພ້ອມນີ້ທ່ານກໍ່ໄດ້ຮຽກຮ້ອງໃຫ້ສໍາມະນາກອນຈົ່ງຕັ້ງໜ້າຮຽນຮູ້ ແລະ ເກັບກ່ຽວເອົາຄວາມຮູ້ດ້ວຍຄວາມຮັບຜິດຊອບສູງ,ເອົາໃຈໃສ່ຕິດຕາມ,ຄົ້ນຄວ້າແລະສະສົມເອົາຄວາມຮູ້, ເຕັກນິກຈາກວິທະຍາກອນບໍ່ວ່າຈະເປັນເຕັກນິກການຂຽນຂ່າວ, ການຖ່າຍພາບ, ການຕັດຕໍ່ ຫຼືການນຳໃຊ້ສື່ສັງຄົມອອນລາຍໃຫ້ເກີດປະໂຫຍດສູງສຸດ, ພ້ອມກັນປະຕິບັດວາລະການຝຶກອົບຮົມຢ່າງເຂັ້ມງວດ, ເຂົ້າຮ່ວມການຝຶກອົບຮົມຄົບຕາມກໍານົດເວລາ ແລະ ໃຫ້ຖືສໍາຄັນຕໍ່ການສົ່ງເສີມການແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນ ຊຸດຟືກອົບຮົມດັ່ງກ່າວຈະໃຊ້ເວລາ 4 ວັນຈີ່ງສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa