ວັນທີ 12 ພຶດສະພາ 2026 ຢູ່ທີສະໂມສອນແຂວງຫຼວງນໍ້າທາ ໄດ້ເຊື່ອມຊຶມ ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂັ້ນແຂວງ ໂດຍການເປັນປະທານ ຂອງສະຫາຍ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານພະນັກງານຫຼັກແຫຼ່ງຂັ້ນແຂວງເຂົ້າຮ່ວມ.
ກອງປະຊຸມໄດ້ເຜີຍແຜ່ ໂຄງການການເມືອງ ຂອງພັກ ສະບັບທີ 3, ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເຜີຍແຜ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ເຜີຍແຜ່ ບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ IX, ເຜີຍແຜ່ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-20230) ຂອງແຂວງ, ຜ່ານຂໍ້ກຳນົດ ເລກທີ 46/ກມສພ, ລົງວັນທີ 19 ມີນາ 2026 ວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນ ລະຫວ່າງ ເລຂາຄະນະບໍລິຫານພັກ ກັບປະທານຄະນະກໍາມະການປົກຄອງ ນະຄອນ, ແຂວງ, ມະຕິຕົກລົງ ສະບັບເລກທີ 29/ຄປພຂ, ລົງວັນທີ 27 ເມສາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ຄະນະບໍລິຫານງານພັກແຂວງ ສະໄໝທີ IX. ເຊິ່ງບາງຕອນ ສະຫາຍ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ໃຫ້ຮູ້ກ່ຽວກັບໂຄງການການເມືອງ ຂອງພັກ ສະບັບທີ 3 .
ການເຜີຍແຜ່ເອກະສານຄັ້ງນີ້ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ຄະນະພັກ ແລະ ຄະນະນຳ ແຕ່ລະຂັ້ນ ກຳແໜ້ນເນື້ອໃນຈິດໃຈ, ທິດທາງ ແລະ ໜ້າທີ່ຈຸດສຸມທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່. ສ້າງຄວາມສາມັກຄີ ແລະ ຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງນ້ຳທາ ໃຫ້ມີຄວາມເຂັ້ມແຂງ. ເຊິ່ງເປັນບາດກ້າວສຳຄັນໃນການຫັນປ່ຽນທາງດ້ານແນວຄິດ ແລະ ການກະທຳ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນໃຫ້ຈະເລີນຮຸ່ງເຮືອງ.
