ວັນທີ 27 ຕຸລາ 2026 (ກົງກັບມື້ແຮມ 1 ຄໍ່າ ເດືອນ 11 ລາວ) ຢູ່ທີ່ທ່ານໍ້າ ບ້ານຂອນ, ບ້ານວຽງເໜືອ ແລະ ບ້ານວຽງໃຕ້ ເມືອງຫຼວງນໍ້າທາ ໄດ້ຈັດພິທີການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2026 ຢ່າງມ່ວນຊື່ນ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ ໂດຍມີບັນດາອົງການຈັດຕັ້ງບ້ານ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ນັກສີພາຍ, ມວນຊົນຊາວເມືອງຫຼວງນໍ້າທາ ຕະຫຼອດຮອດນັກທ່ອງທ່ຽວ ເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ການແຂ່ງຂັນຊ່ວງເຮືອໃນປີນີ້ ໄດ້ຈັດຂຶ້ນແບບປະເພນີຂອງແຕ່ລະບ້ານ ໂດຍໄດ້ແບ່ງສາຍແຂ່ງຂັນ,ສຳລັບຜົນການແຂ່ງຂັນຂອງແຕ່ລະບ້ານ ມີຄື: ການແຂ່ງຂັນຊ່ວງເຮືອຢູ່ບ້ານຂອນ: ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 17 ທິມ, ໃນນັ້ນມີປະເພດເຮືອຍິງ 6 ທິມ, ປະເພດເຮືອຊາຍ, ລາງວັນທີ 1 ໄດ້ແກ່: ທິມ ອານົງຟາມ ໄດ້ຮັບເງິນສົດ 1 ລ້ານກີບ, ລາງວັນທີ 2 ໄດ້ແກ່: ທິມ ຄະນະຮັກແພງ ໄດ້ຮັບເງິນສົດ 8 ແສນກີບລາງວັນທີ 3 ໄດ້ແກ່: ທິມ ສີ່ແຍກສາຍເບຍ ໄດ້ຮັບເງິນສົດ 6 ແສນກີບ, ລາງວັນທີ 4 ໄດ້ແກ່: ບໍລິສັດ ຊິງລຽວ ເຕັກນິກກະສິກະສິກຳຂາອອກ-ຂາເຂົ້າ ຈໍາກັດ ໄດ້ຮັບເງິນສົດ 4 ແສນກີບປະເພດເຮືອຍິງ ລາງວັນທີ 1 ໄດ້ແກ່: ທິມ ສາວບ້ານຄ້າຍ ໄດ້ຮັບເງິນສົດ 1 ລ້ານກີບ,ລາງວັນທີ 2 ໄດ້ແກ່ ສະຫະພັນແມ່ຍິງບ້ານຂອນ ໄດ້ຮັບເງິນສົດ 8 ແສນກີບ, ລາງວັນທີ 3 ໄດ້ແກ່ ທິມ ສາວລາວຍວນ ໄດ້ຮັບເງິນສົດ 6 ແສນກີບ, ລາງວັນທີ 4 ໄດ້ແກ່: ທິມ ແມ່ຫຼວງຂອນ ໄດ້ຮັບເງິນສົດ 4 ແສນກີບ,ພ້ອມທັງມອບລາງວັນຊົມເຊີຍອີກ 7 ທິມ ໂດຍໄດ້ຮັບເງິນສົດທິມລະ 5 ແສນກີບ.
ການແຂ່ງຂັນຊ່ວງເຮືອຢູ່ບ້ານວຽງເໜືອ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 11 ທິມໃນນັ້ນມີປະເພດເຮືອຍິງ 4 ທິມ, ປະເພດເຮືອຊາຍ , ລາງວັນທີ 1 ໄດ້ແກ່: ທິມ SLS ຈະເລີນການຊ່າງ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 2 ໄດ້ແກ່: ທິມ ພໍ່ລູກອ່ອນ ໄດ້ຮັບເງິນສົດ 1 ລ້ານກີບ,ລາງວັນທີ 3 ໄດ້ແກ່: ທິມ ເຂີຍໃນບ້ານ ໄດ້ຮັບເງິນສົດ 6 ແສນກີບ, ລາງວັນທີ 4 ໄດ້ແກ່: ທິມ ປກສ-ປກຊ ບ້ານ ໄດ້ຮັບເງິນສົດ 4 ແສນກີບ, ປະເພດເຮືອຍິງ, ລາງວັນທີ 1 ໄດ້ແກ່: ທິມ ສາມໜຶ່ງ ( 3.1 ) ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 2 ໄດ້ແກ່: ທິມ ໜ່ວຍ 6 ສະຫະພັນແມ່ຍິງບ້ານ ໄດ້ຮັບເງິນສົດ 8 ແສນກີບ, ລາງວັນທີ 3 ໄດ້ແກ່: ທິມ ໜ່ວຍ 7 ສະຫະພັນແມ່ຍິງບ້ານ ໄດ້ຮັບເງິນສົດ 6 ແສນກີບລາງວັນທີ 4 ໄດ້ແກ່: ທິມ ນາງ ຂັນຄໍາ ໄດ້ຮັບເງິນສົດ 4 ແສນກີບ.

ການແຂ່ງຂັນຊ່ວງເຮືອ ບ້ານວຽງໃຕ້ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 10 ທິມ, ໃນນັ້ນມີປະເພດເຮືອຍິງ 2 ທິມ, ປະເພດເຮືອຊາຍ, ລາງວັນທີ 1 ໄດ້ແກ່: ໜ່ວຍ 7 ໄດ້ຮັບເງິນສົດ 3 ລ້ານກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 2 ໄດ້ແກ່: ໜ່ວຍ 8 ໄດ້ຮັບເງິນສົດ 2 ລ້ານກີບ, ລາງວັນທີ 3 ໄດ້ແກ່: ໜ່ວຍ 4 ໄດ້ຮັບເງິນສົດ 1 ລ້ານກີບ, ລາງວັນທີ 4 ໄດ້ແກ່: ໜ່ວຍ 5 ໄດ້ຮັບເງິນສົດ 7 ແສນກີບ , ປະເພດເຮືອຍິງ, ລາງວັນທີ 1 ໄດ້ແກ່: ທິມ ເພື່ອນແທ້ ໄດ້ຮັບເງິນສົດ 1 ລ້ານກີບ. ລາງວັນທີ 2 ໄດ້ຮັບເງິນສົດ 5 ແສນກີບ. ພ້ອມນີ້ກໍ່ໄດ້ມອບລາງວັນຊົມເຊີຍໃຫ້ແກ່ 4 ທິມ ໂດຍໄດ້ຮັບເງິນສົດທິມລະ 5 ແສນກີບ.