ວັນທີ 25 ສິງຫາ 2026 ນີ້ ຄະນະໂຄສະນາອົບຮົມສູນກາງພັກໄດ້ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງຢູ່ພາຍໃນແຂວງຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີງໄຊ ວັນຄຳ, ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອ່ອນຈັນ ຄຳພາວົງ, ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ – ແນວຄິດ ແຂວງຫຼວງນ້ຳທາ, ມີ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ, ມີສໍາມະນາກອນມາຈາກບັນດາພະແນກການ, ອົງການລັດທຽບເທົ່າພາຍໃນແຂວງ ແລະ ບັນດາເມືອງເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້ ສໍາມະນາກອນຈະໄດ້ຄົ້ນຄວ້າ ແລະ ຮຽນຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ຊຸດຝຶກອົບຮົມຄັ້ງນີ້ປະກອບມີ ເອກະສານບັນຫາພື້ນຖານວຽກງານໂຄສະນາ: ເນັ້ນໃສ່ຄວາມສຳຄັນ, ທີ່ຕັ້ງ, ບົດບາດ ແລະ ໜ້າທີ່ພື້ນຖານຂອງວຽກງານໂຄສະນາ, ຄວາມຮູ້ພື້ນຖານກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ: ຂອງນັກໂຄສະນາ ແລະ ນັກປາຖະກະຖາ, ທັກສະ ແລະ ສິນລະປະໃນການເວົ້າ ເຕັກນິກການໂຄສະນາ – ປາຖະກະຖາ ເພື່ອໃຫ້ມີຄວາມຈູງໃຈ ແລະ ເຂົ້າເຖິງຜູ້ຟັງຢ່າງມີປະສິດທິຜົນ.
ໂອກາດນີ້ ທ່ານ ອ່ອນຈັນ ຄໍາພາວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ເນັ້ນໃຫ້ເຫັນວ່າ ວຽກງານໂຄສະນາ-ປາຖະກະຖາ ເປັນເຄື່ອງມືອັນສໍາຄັນໃນການເຊື່ອມຊຶມ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເພື່ອໃຫ້ມີຄວາມເຊື່ອໝັ້ນ, ມີຄຸນທາດການເມືອງໜັກແໜ້ນ, ທັງເປັນຂົວຕໍ່ທີ່ສຳຄັນ ລະຫວ່າງ ພັກ-ລັດ ກັບປະຊາຊົນ, ພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໃສ່ 4 ເນື້ອໃນຕົ້ນຕໍໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມເອົາໃຈໃສ່ປະຕິບັດໂດຍສະເພາະແມ່ນໃຫ້ຕັ້ງໜ້າຮຽນຮູ້ ແລະ ເກັບກ່ຽວເອົາຄວາມຮູ້, ມີຄວາມຮັບຜິດຊອບສູງ, ເຂົ້າຮ່ວມຝຶກອົບຮົມ ຕາມກຳນົດເວລາຢ່າງເຂັ້ມຫງວດ, ສົ່ງເສີມການແລກປ່ຽນ ແລະ ທອດຖອນບົດຮຽນ: ຖືເອົາຊຸດຝຶກອົບຮົມນີ້ເປັນເວທີສົນທະນາ, ແລກປ່ຽນຄວາມຄິດຄວາມເຫັນ ແລະ ນຳເອົາບັນຫາຕົວຈິງຢູ່ທ້ອງຖິ່ນມາປຶກສາຫາລືຮ່ວມກັນ, ນັກວິທະຍາກອນຕ້ອງຖ່າຍທອດຢ່າງມີປະສິດທິພາບ: ນຳໃຊ້ບົດຮຽນ ແລະ ປະສົບການ ເພື່ອຖ່າຍທອດທັກສະ, ວິທີການໂຄສະນາທີ່ຖືກຕ້ອງ ແລະ ຊັດເຈນ, ຊຸດຝຶກອົບຮົມຄັ້ງນີ້ ຄາດວ່າຈະຊ່ວຍໃຫ້ນັກສຳມະນາກອນໄດ້ຮັບຄວາມຮູ້, ທັກສະ ແລະ ບົດຮຽນ ອັນໃໝ່ທີ່ອຸດົມສົມບູນ ເພື່ອນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດຢູ່ກົມກອງ ແລະ ທ້ອງຖິ່ນຂອງຕົນຢ່າງມີປະສິດທິຜົນໃນຕໍ່ໜ້າ ເຊິ່ງຈະດຳເນີນໄປເປັນເວລາ 3 ວັນຈິ່ງຈະສໍາເລັດ.
