
ຕອນແລງຂອງວັນທີ 24 ສີງຫາ 2026 ຢູ່ທີ່ຄະນະໂຄສະນາອົບຮົມແຂວງ ຫຼວງນໍ້າທາ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ກັບ ຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມຂອງທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີທ່ານ ບົວໄລ ພານຸວົງ ກໍາມະການພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ, ມີຮອງຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ – ຮອງຫົວໜ້າຂະແໜງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ກ່າວຕ້ອນຮັບຄະນະທີມງານກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກດ້ວຍຄວາມອົບອຸ່ນພ້ອມທັງລາຍງານກ່ຽວກັບການກະກຽມເປີດຊຸດຝຶກອົມຮົມວຽກງານໂຄສະນາ – ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງພາຍໃນແຂວງ, ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມແຂວງ ແລະ ວຽກງານອື່ນໆ. ພ້ອມນັ້ນທ່ານ ບົວໄລ ພານຸວົງ ກໍາມະການພັກ ຫົວໜ້າກົມ ໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ກ່າວຄວາມຂອບໃຈທີ່ທາງຄະນະນໍາຂອງຄະນະໂຄສະນາອົບຮົມແຂວງໃຫ້ການຕ້ອນຮັບ ພ້ອມທັງກ່າວຈຸດປະສົງໃນການມາເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ເພື່ອເປີດຊຸດຝຶກອົມຮົມວຽກງານໂຄສະນາ – ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງພາຍໃນແຂວງ ແລະ ປືກສາຫາລືກ່ຽວກັບການພັດທະນາວຽກງານໂຄສະນາອົບຮົມຂອງແຂວງຫຼວງນໍ້າທາໃຫ້ມີທ່າຂະຫຍາຍຕົວ ແລະ ດືງດູດເອົາການສະໜັບສະໜູນຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດເຂົ້າມາພັດທະນາວຽກງານຄະນະໂຄສະນາອົບຮົມແຂວງໃຫ້ດີຂື້ນ.