
ວັນທີ 6 ກໍລະກົດ 2026 ຢູ່ທີ່ຫ້ອງຮຽນຄະນະໂຄສະນາອົມຮົມແຂວງຫຼວງນໍ້າທາໄດ້ຈັດຝືກອົບຮົມໃຫ້ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສີງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົມຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ – ຮອງຫົວໜ້າຂະແໜງ, ວິທະ
ຍາກອນ ແລະ ສໍາມະນາກອນທີ່ເປັນສະມາຊິກພັກສໍາຮອງທີ່ມາຈາກຂົງເຂດເສດຖະກິດເຂົ້າຮ່ວມ.
ຊຸດຝືກອົບຮົມໃນຄັ້ງນີ້: ສໍາມະນາກອນທີ່ເປັນມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 20 ສະຫາຍ, ຍີງ 6 ສະຫາຍ ເຊີ່ງແຕ່ລະສະຫາຍຈະໄດ້ຮຽນຮູ້ມີ 5 ບົດຄື: ຄວາມຮູ້ຟື້ນຖານກ່ຽວກັບລັດທິມາກ-ເລນີນ, ວຽກງານກໍ່ສ້າງ ແລະ ປັບປຸງພັກ, ຄຸນທາດການເມືອງ ແລະ ຄຸນສົມບັດສີນທໍາປະຕິວັດຂອງສະມາຊິກພັກ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ແລະ ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
