ຄະນະຮັບຜິດຊອບເວບໄຊສ ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊສ) ປະຈໍາໄຕມາດ II ປີ 2026 ຮ່ວມກັບບັນດາແຂວງທົ່ວປະເທດ.

ຕອນເຊົ້າຂອງ ວັນທີ 30 ມິຖຸນາ 2026 ກົມຂໍ້ມູນຂ່າວສານ ໄດ້ເປີດກອງປະຊຸມທາງໄກຜ່ານ (Video Conference) ເພື່ອສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊສ໌) ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2026 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ, ມີທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນໍາວຽກງານຂໍ້ມູນຂ່າວສານ (ເວບໄຊສ) ແລະ ຄະນະຮັບຜິດຊອບວຽກງານເວບໄຊສຂອງຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາເຂົ້າຮ່ວມ 7 ທ່ານ, ຍິງ 2 ທ່ານ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງທົ່ວປະເທດ, ຜູ້ຊີ້ນໍາວຽກງານເວັບໄຊສ ແລະ ແອັດມິ້ນບັນດາແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວທ່ານ ສົມປະສົງ ພົງປະເສີດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປີ 2026 ຈາກນັ້ນປະທານກອງປະຊຸມໄດ້ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງປະກອບຄໍາຄິດຄໍາເຫັນປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປະຈໍາປີ 2026 ເພື່ອແນ່ໃສ່ເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງຂອງລັດແຕ່ລະໄລຍະ ແລະ ທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່ ແລະ ຕອນທ້າຍຂອງກອງປະຊຸມ ທ່ານ ສົມປະສົງ ພົງປະເສີດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານໄດ້ກ່າວປີດກອງປະຊຸມຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa