ພິທີ ເປີດຊຸດຝຶກອົບຮົມທິດສະດີແນວທາງການເມືອງ ຂອງພັກ ໃຫ້ພະນັກງານ, ສະມາຊິກພັກ ປະຈໍາປີ 2026 ຢູ່ເມືອງຫຼວງນໍ້າທາ.

ໃນວັນທີ 29 ມີຖຸນາ 2026 ທີ່ສະໂມສອນຂອງເມືອງຫຼວງນໍ້າທາ ຄະນະໂຄສະນາອົບຮົມແຂວງ ສົມທົບກັບເມືອງຫຼວງນໍ້າທາ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີແນວທາງການເມືອງຂອງພັກ ໃຫ້ພະນັກງານ, ສະມາຊິກພັກ ປະຈໍາປີ 2026 ໃຫ້ແກ່ພະນັກງານ, ສະມາຊິກພັກ ໂດຍການເປັນປະທານຮ່ວມຂອງທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ, ມີບັນດາທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຄະນະຮັບຜິດຊອບຂັ້ນແຂວງ, ເມືອງ ແລະ ສໍາມະກອນມາຈາກບັນດາຫ້ອງການອ້ອມຂ້າງເມືອງ ແລະ ຕາແສງ ເຂົ້າຮ່ວມ.ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມ ພ້ອມທັງຊີ້ແຈງເຖິງຈຸດປະສົງ ແລະ ຄວາມສຳຄັນຂອງການຈັດຕັ້ງປະຕິບັດການຝຶກອົບຮົມໃນຄັ້ງນີ້ວ່າ: ເປັນການຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງຄະນະໂຄສະນາອົບຮົມສູນກາງພັກ ໃນການສືບຕໍ່ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ເພື່ອແນໃສ່ເຮັດໃຫ້ພະນັກງານ-ສະມາຊິກພັກ ແລະ ທຸກຊັ້ນຄົນໃນສັງຄົມ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງການເມືອງຂອງພັກ. ສຳລັບຫຼັກສູດ ບົດຮຽນທີ່ນຳມາສອນໃນຄັ້ງນີ້: ໂດຍເນື້ອໃນເອກະສານປະກອບມີ 3 ພາກໃຫຍ່ຄື: ພາກທີ 1: ພາກທີ 1 ທິດສະດີມາກ-ເລນິນ ແລະ ວິທີວັດຖຸນິຍົມສັດຈະວິພາກ, ພາກທີ 2: ສຶກສາຄົ້ນຄວ້າບັນດາແນວທາງການເມືອງຂອງພັກໃນແຕ່ລະຂົງເຂດ ແລະ ພາກທີ 3: ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ເຂົ້າໃນວຽກງານຕົວຈິງ. ລວມມີທັງໝົດ 14 ບົດຄື: ຄວາມຮູ້ພື້ນຖານທິດສະດີມາກ-ເລນິນ ແລະ ວິທີວັດຖຸວນິຍົມສັດຈະວິພາກ, ວຽກງານໂຄສະນາອົບຮົມຂອງພັກໃນໄລຍະໃໝ່, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ເນື້ອໃນ ໂຄງການ ການເມືອງ ສະບັບທີ 3 ຂອງພັກ, ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ແນວທາງເສດຖະກິດຂອງພັກ ແລະ ການສ້າງເສດຖະກິດເປັນເອກະລາດ ເປັນເຈົ້າຕົນເອງ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ, ການພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ, ການສ້າງລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນໍາພາຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ແນວທາງການຕ່າງປະເທດທີ່ສ້າງສັນ, ການພົວພັນເພື່ອນມິດຍຸດທະສາດ, ສັງຄົມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ Xll ຂອງພັກ ( 2026-2030 ) ແລະ ການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ lX ຂອງແຂວງ, (2026-2030) ແລະ ການຈັດຕັ້ງປະຕິບັດແນວທາງ ແລະ ແຜນນະໂຍບາຍຂອງພັກ ເຂົ້າໃນວຽກງານຕົວຈິງ ຊຸດອົບຮົມທິດສະດີແນວທາງການເມືອງຂອງພັກ ໄລຍະສັ້ນ ປະຈຳປີ 2026 ໃຫ້ພະນັກງານ, ສະມາຊິກພັກ ເມືອງຫຼວງນໍ້າທາ ເຊິ່ງມີເປົ້າໝາຍເຂົ້າຮ່ວມທັງໝົດຈໍານວນ 50 ສະຫາຍ ຍິງ 24 ສະຫາຍ, ຊຸດຝືກອົບຮົມຈະໄດ້ດໍາເນີນໄປເປັນເວລາ 5 ວັນ ຈຶ່ງຈະສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa