
ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2026 ຢູ່ທີ່ຫ້ອງຮຽນຂອງຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ່ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຕາມການສະເໜີຂອງບັນດາໜ່ວຍພັກພະແນກການອ້ອມຂ້າງແຂວງ ໂດຍເປັນກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງສະຫາຍ ຄໍາມີ ວົງບົວລົມ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະໂຄສະນາອົບຮົມແຂວງ; ການເປີດຮຽນໃນຄັ້ງນີ້ແມ່ນໄດ້ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ໝວດທີ I, ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍພັກ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ອິງຕາມ ມະຕິຕົກລົງຂອງຄະນະປະຈໍາພັກແຂວງຫຼວງນໍ້າທາ ສະບັບເລກທີ 32/ຄປພຂ ລົງວັນທີ 1 ພຶດສະພາ 2026 ວ່າດ້ວຍການອະນຸມັດຮຽນເອກະສານສະໜັບສະໜູນໃຫ້ແກ່ມະຫາຊົນຜູ້ກ້າວໜ້າທີ່ມາຈາກ, ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ແລະ ໜ່ວຍພັກອົງການກາແດງແຂວງ ເຊິ່ງມີຜູ້ເຂົ້າຮຽນທັງໝົດ 04 ສະຫາຍ, ຍິງ 03 ສະຫາຍ.

ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກປະກອບມີ 13 ຄໍາຖາມ ແລະ 13 ຄໍາຕອບກ່ຽວກັບພັກປະຊາຊົນປະຕິວັດລາວ ເພື່ອໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າໄດ້ຮັບຮູ້,ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ທາດແທ້ຂອງພັກປະຊາຊົນປະຕິວັດລາວ,ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂ, ໄດ້ຮໍ່າຮຽນເອົາບັນດາແນວທາງຂອງພັກໃຫ້ມີຄວາມຕື່ນຕົວ,ບຸກບືນສູ້ຊົນເພື່ອບັນລຸອຸດົມການຂອງພັກ,ຊື່ສັດບໍລິສຸດ,ມີຄວາມຈົງຮັກພັກດີຕໍ່ພັກ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ແລະຝຶກຝົນຫຼໍ່ຫອມຕົນເອງໃຫ້ຄົບຕາມມາດຖານເງື່ອນໄຂ ເພື່ອເລື່ອນຈາກມະຫາຊົນຜູ້ທີ່ມີຄວາມກ້າວໜ້າໃຫ້ໄດ້ເຂົ້າເປັນສະມາຊິກພັກສໍາຮອງ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍ ຂອງສະຫາຍ ຄໍາມີ ວົງບົວລົມ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະໂຄສະນາອົບຮົມແຂວງ; ເຊີ່ງພິທີດັ່ງກ່າວໄດ້ດໍາເນີນເປັນເວລາ 1 ຕອນ ແລະ ໄດ້ປິດລົງຢ່າງເປັນທາງການ.
