ເຜີຍແຜ່, ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງເມືອງ ນາເເລ

ວັນທີ 20 ພຶດສະພາ 2026 ຢູ່ທີສະໂມສອນເມືອງນາແລ ແຂວງຫຼວງນໍ້າທາ ໄດ້ເຜີຍແຜ່, ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ນາເເລ ໂດຍການເປັນປະທານ ຂອງ ທ່ານ ສິີງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ ເລຂາພັກເມືອງ, ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ອາດິດການນໍາເມືອງ, ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມ.ກອງປະຊຸມໄດ້ເຜີຍແຜ່ ໂຄງການການເມືອງ ຂອງພັກ ສະບັບທີ 3,  ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເຜີຍແຜ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ເຜີຍແຜ່ ບົດລາຍງານການ ເມືອງ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ IX, ເຜີຍແຜ່ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-20230) ຂອງແຂວງ, ຜ່ານຂໍ້ກຳນົດ ເລກທີ 46/ກມສພ, ລົງວັນທີ 19 ມີນາ 2026 ວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນ, ແຂວງ, ມະຕິຕົກລົງ ສະບັບເລກທີ 29/ຄປພຂ, ລົງວັນທີ 27 ເມສາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ຄະນະບໍລິຫານງານພັກແຂວງ ສະໄໝທີ IX. ການເຜີຍແຜເອກະສານຄັ້ງນີ້ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ຄະນະພັກ ແລະ ຄະນະນຳ ແຕ່ລະຂັ້ນ ກຳແໜ້ນເນື້ອໃນຈິດໃຈ, ທິດທາງ ແລະ ໜ້າທີ່ຈຸດສຸມທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ສ້າງຄວາມສາມັກຄີ ແລະ ຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງນ້ຳທາ ໃຫ້ມີຄວາມເຂັ້ມແຂງ ເຊິ່ງເປັນບາດກ້າວສຳຄັນໃນການຫັນປ່ຽນທາງດ້ານແນວຄິດ ແລະ ການກະທຳ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນໃຫ້ຈະເລີນຮຸ່ງເຮືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa