ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ ເມືອງລອງ ເຊື່ອມຊຶມ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ

ວັນທີ 19 ພຶດສະພາ 2026 ຢູ່ທີ່ສະໂມສອນເມືອງລອງ  ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງຂອງເມືອງລອງ, ໂດຍການເປັນປະທານ ຂອງທ່ານ ບູນທອນ ສີສະຫວັນ ກຳມະການປະຈໍາພັກແຂວງ  ປະທານຄະນະກວດກາພັກ-ປະທານອົງການກວດກາລັດແຂວງ,ຫົວໜ້າອົງການຕ້ານການສໍ້ລາດຫວັງຫຼວງຂັ້ນແຂວງ ແລະ ຊີ້ນໍາເມືອງລອງ, ມີກໍາມະການພັກແຂວງ,ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ,ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ,ອົງການທຽບເທົ່າ,ອາດິດການນໍາເມືອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ເຂົ້າຮ່ວມ.ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ໂຄງການການເມືອງຂອງພັກ ສະບັບທີ 3,  ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ເຜີຍແຜ່ ບົດລາຍງານການ ເມືອງ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ IX,  ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-20230) ຂອງແຂວງ ແລະ ມະຕິຕົກລົງ ສະບັບເລກທີ 29/ຄປພຂ, ລົງວັນທີ 27 ເມສາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ຄະນະບໍລິຫານງານພັກແຂວງ ສະ
ໄໝທີ IX.

ທັງນີ້ກໍ່ເພື່ອໃຫ້ ຄະນະພັກ, ຄະນະນຳແຕ່ລະຂັ້ນ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ຮັບຮູ້,ເຂົ້າໃຈເນື້ອໃນຈິດໃຈ ແລະ ທິດທາງແຜນການ ໜ້າທີ່ຈຸດສຸມທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່. ເພື່ອສ້າງຄວາມສາມັກຄີ ແລະ ຄວາມເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ  ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງນ້ຳທາ ກໍ່ຄືເມືອງລອງ ໃຫ້ມີຄວາມເຂັ້ມແຂງ, ເປັນບາດກ້າວສຳຄັນໃນການຫັນປ່ຽນທາງດ້ານແນວຄິດ ແລະ ການກະທຳ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນໃຫ້ຈະເລີນຮຸ່ງເຮືອງຍີ່ງຂື້ນ.

ການເຜີຍແຜ່, ເຊື່ອມຊຶມ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາຄັ້ງນີ້ໄດ້ດໍາເນີນເປັນເວລາ 1 ວັນເຕີມ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa