
ວັນທີ 6 ກຸມພາ 2026 ຢູ່ທີ່ຫ້ອງປະຊຸມຂອງ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ໄດ້ຈັດກອງປະຊຸມປຶກສາຫາລືໃນການກະກຽມຄວາມພ້ອມຮັບໃຊ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະ ນາອົບຮົມ ແຂວງຫຼວງນໍ້າທາ, ໂດຍການເຂົ້າຮວ່ມຂອງທ່ານ ສິງໄຊ ວັນຄໍາ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ-ຮອງຂະແໜງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ຕະຫຼອດຮອດພະນັກງານວິຊາການພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮວ່ມ.
ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງນໍ້າທາ ໄດ້ໃຫ້ທິດຊີ້ນໍາ; ພ້ອມທັງເນັ້ນໜັກໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ໃຫ້ເອົາໃສ່ປະຕິບັດໜ້າທີ່ການເມືອງຂອງພັກ ໂດຍສຸມໃສ່ວຽກງານໂຄສະນາປຸກລະດົມຂະບວນການ ເພື່ອຮັບໃຊ້ບັ້ນເລືອກຕັ້ງສະມາຊິສະພາໃຫ້ໄດ້ຮັບຜົນສໍາເລັດ, ລົງຊຸກຍູ້ວຽກງານຂະບວນການຢູ່ 5 ເມືອງ ໃນການກະກຽມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເພຶ່ອເຮັດໃຫ້ມີຄວາມພ້ອມ ແລະ ທ່ວງທັນກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຈະໄດ້ປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ຄຽງຄູ່ກັບວຽກງານວິຊາສະເພາະ ໃຫ້ສືບຕໍ່ຂຽນແຜນໂຄງການຕິດຕັ້ງໂທລະໂຄ່ງ, ວຽກງານຝຶກອົບຮົມບຸກຄາລາກອນສື່ມວນຊົນ, ການສ້າງແຜນຝຶກອົບຮົມວຽກງານພະນັກງານຕາແສງ ແລະ ການຜັນຂະຫຍາຍແນວທາງຂອງພັກ.
ຈາກນັ້ນ ກອງປະຊຸມກໍ່ໄດ້ຜ່ານ ດໍາລັດວ່າດ້ວຍມາດຕະຖານຕໍາແໜ່ງບໍລິຫານຂອງລັດຖະກອນ ແຫ່ງ ສປປ ລາວ ສະບັບເລກທີ 461/ ລບ ແລະ ຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳຫຼ້າ ຈັນທະວິໄລ ຫົວໜ້າຂະແໜງບໍລິຫານ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ແຕ່ງຕັ້ງທ່ານ ກຸ່ລະສິນ ວິແຄລູ ຫົວໜ້າຂະແໜງ ສື່ມວນຊົນ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. 