ຄະນະອານຸກຳມະການໂຄສະນາ, ປຸກດົມຂະບວນການ ຂັ້ນແຂວງ ລົງຊຸກຍູ້, ວຽກງານຂະບວນການຢູ່ເມືອງລອງເພື່ອກະກຽມຄວາມພ້ອມໃຫ້ແກ່ບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ໃນລະຫວ່າງວັນທີ 3 ຫາ ວັນທີ 5 ກຸມພາ 2026 ນີ້ື ທ່ານ ສິງໄຊວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຄະນະອານຸກໍາມະການໂຄສະນາປຸກລະດົມຂະບວນການໃນບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຂອງແຂວງຫຼວງນໍ້າທາ ໄດ້ນໍາພາທີມງານລົງຊຸກຍູ້ ປຸກດົມຂະບວນການ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ເພື່ອກະກຽມຄວາມພ້ອມໃຫ້ແກ່ບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍນັ້ນມາໃນ ວັນທີ 4 ກຸມພາ 2026 ນີ້, ຢູ່ຫ້ອງປະຊຸມ ຫ້ອງວ່າການເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມ ຊີ້ນໍາ, ຊຸກຍູ້, ຕິດຕາມບັນດາໜ້າວຽກຂອງຄະນະອານຸກໍາມະການເລືອກຕັ້ງຢູ່ເມືອງລອງ ໂດຍການເປັນປະທານຂອງ ທ່ານ ສິງໄຊ ວັນຄຳ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຄະນະອານຸກໍາມະການໂຄສະນາປຸກລະດົມຂະບວນການ, ມີ ທ່ານ ສາລີ ບອບບີ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ ອົງການກວດກາລັດເມືອງ , ມີບັນດາຄະນະອານຸກຳມະການ ສາມອົງການຈັດຕັ້ງ ແລະ ກອງເລຂາຂັ້ນແຂວງ , ຂັ້ນເມືອງເຂົ້າຮ່ວມ.

ທ່ານ ນາງ ພອນ ຫຼ້າວົງຄໍາ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຕາງໜ້າອານຸກຳມະການໂຄສະນາ ປຸກລະດົມຂະບວນການຂັ້ນເມືອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ຂອງອານຸກຳມະການເພື່ອ ຮັບໃຊ້ໃນບັ້ນເລືອກຕັ້ງຄັ້ງນີ້ວ່າ: ທາງຄະນະອານຸກໍາມະການປຸກລະດົມຂະບວນການ ຂັ້ນເມືອງ ພາຍຫຼັງທີ່ໄດ້ຮັບທິດຊີ້ນໍາຈາກຂັ້ນເທີງກໍ່ໄດ້ຫ້າງຫາກະກຽມຄວາມພ້ອມປືກສາຫາລືສ້າງເປັນແຜນການ, ແຜນງານ ໄດ້ແຕ່ງຕັ້ງແຕ່ລະອານຸກໍາມະການຮັບຜິດຊອບບັນດາໜ້າວຽກ, ໄດ້ອອກຂໍ້ຕົກລົງແຕ່ງຕັ້ງ 5 ອານຸກໍາມະການຂັ້ນເມືອງ, ໄດ້ມີການປືກສາຫາລືວາງແຜນການເປັນຕົ້ນ ດ້ານງົບປະມານ, ເຜີຍແຜ່ເຊື່ອມຊືມດ້ານນິຕິກໍາກ່ຽວກັບບັ້ນເລືອກຕັ້ງ ແລະ ອານຸກຳມະການໂຄສະນາ ປຸກລະດົມ ຂະບວນການຂັ້ນເມືອງ ກໍ່ໄດ້ຈັດກອງປະຊຸມ ແຕ່ງຕັ້ງກອງເລຂາຊ່ວຍ, ໄດ້ຈັດແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດ, ຂື້ນແຜນງົບປະມານຮອບດ້ານ ພ້ອມທັງ ແຜນດໍາເນິນງານເປັນແຕ່ລະບາດກ້າວ, ໂດຍການໂຄສະນາຜ່ານສື່ທາງອ່ອນລາຍ, ລະບົບໂທລະໂຄຂອງເມືອງ ແລະ ຂອງບ້ານໃນການອອກຂ່າວໃນແຕ່ລະມື້ກ່ຽວກັບການປຸກລະດົມໃຫ້ສັງຄົມກໍ່ຄືປະຊາຊົນບັນດາເຜົ່າຜູ້ທີ່ມີສິດປ່ອນບັດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ພາກັນມາໃຊ້ສິດຂອງຕົນຢ່າງເຕັມສ່ວນ ເພື່ອຮັບປະກັນໃຫ້ໄດ້ 400 % , ເມືອງລອງມີໜ່ວຍປ່ອນບັດທັງໝົດ 55 ໜ່ວຍໃນນີ້ ມີໜ່ວຍຄົງທີ່ 25 ໜ່ວຍ, ໜ່ວຍເຄື່ອນທີ່ 30 ໜ່ວຍມີຜູ້ມີສິດປ່ອນບັດຕາມສໍາມະໂນຄົວ 24,086 ທ່ານ, ຍີງ 11,856 ທ່ານ , ມີສິດປ່ອນບັດຕົວຈີງ 22, 757 ທ່ານ, ຍິງ 11,079 ທ່ານ; ມາຮອດປັດຈຸບັນບັນດາໜ້າວຽກຕ່າງໆຂອງອານຸກໍາມະການໂຄສະນາປຸກດົມຂະບວນການ ແມ່ນໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 60 %. ພ້ອມດຽວກັນນີ້ ຜູ້ເຂົ້້າຮ່ວມກອງປະຊຸມກໍ່ໄດ້ປະກອບຄໍາຄິດຄໍາເຫັນຕໍ່ບັນດາໜ້າວຽກທີ່ຮິບດ່ວນເພື່ອໃຫ້ມີຄວາມພ້ອມຕໍ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 10 ແລະ ສະພາປາຊາຊົນຂັ້ນແຂວງຊຸດທີ 5 ທີ່ຈະຈັດຂື້ນໃນວັນທີ 22 ເດືອນ ກຸມພາ 2026 ນີ້.

ໂອກາດນີ້ ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຄະນະອານຸກຳມະການໂຄສະນາປຸລະດົມຂະບວນການ ຂັ້ນແຂວງ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ການຫ້າງຫາກະກຽມຂອງ ຄະນະອານຸກຳມະການຂັ້ນເມືອງ; ທັງໄດ້ຮຽກຮ້ອງໃຫ້ຈົ່ງສຶບຕໍ່ປະຕິບັດຕາມແຜນດຳເນິນງານ ຂອງອານຸກຳມະການ ທີ່ໄດ້ວາງໄວ້ກະກຽມໃຫ້ມີຄວາມພ້ອມ ຮັບໃຊ້ໃນບັ້ນເລືອກຕັ້ງໃຫ້ທ່ວງທັນ ແລະ ສໍາເລັດຕາມລະດັບຄາດໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa