ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ເປີດຮຽນສະໜັບສະໜູນໃຫ້ແກ່ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ.

ໃນຕອນເຊົ້າຂອງ ວັນທີ 5 ພະຈິກ 2025 ຢູ່ທີ່ຫ້ອງຮຽນຂອງຄະນະໂຄສະນາອົບຮົມແຂວງ ເປີດຮຽນສະໜັບສະໜູນໃຫ່ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຕາມການສະເໜີຂອງບັນດາໜ່ວຍພັກພະແນກການອ້ອມຂ້າງແຂວງ ໂດຍເປັນກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງສະຫາຍ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ການເປີດຮຽນໃນຄັ້ງນີ້ແມ່ນໄດ້ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ໝວດທີ I, ມາດຕາ 2 ວ່າດ້ວຍລະບຽບການຂະຫຍາຍພັກ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ອິງຕາມ ມະຕິຕົກລົງຂອງຄະນະປະຈໍາພັກແຂວງຫຼວງນໍ້າທາ ສະບັບເລກທີ 190/ຄປພຂ, ລົງວັນທີ 27 ຕຸລາ 2025 ວ່າດ້ວຍການອະນຸມັດຮຽນເອກະສານສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ມາຈາກ ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ຄະນະພັກຮາກຖານທະນາຄານການຄ້າສາຂາແຂວງຫຼວງນໍ້າທາ, ຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເຊິ່ງມີຜູ້ເຂົ້າຮຽນທັງໝົດ 11 ສະຫາຍ, ຍິງ 03 ສະຫາຍ.

ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ປະກອບມີ 13 ຄໍາຖາມ ແລະ 13 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວ ເພື່ອໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ, ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂ, ໄດ້ຮໍ່າຮຽນເອົາບັນດາແນວທາງຂອງພັກໃຫ້ມີຄວາມຕື່ນຕົວ, ບຸກບືນສູ້ຊົນ ເພື່ອບັນລຸອຸດົມການຂອງພັກ, ຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ພັກ, ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ ແລະ ຝຶກຝົນຫຼໍ່ຫອມຕົນເອງໃຫ້ຄົບຕາມມາດຖານເງື່ອນໄຂ ເພື່ອເລື່ອນຈາກມະຫາຊົນຜູ້ທີ່ມີຄວາມກ້າວໜ້າໃຫ້ໄດ້ເຂົ້າເປັນສະມາຊິກພັກສໍາຮອງ; ໃນຕອນທ້າຍໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດພິທີໂດຍ ສະຫາຍ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊີ່ງພິທີດັ່ງກ່າວໄດ້ດໍາເນີນເປັນເວລາ 1 ຕອນ ແລະ ໄດ້ປິດລົງຢ່າງເປັນທາງການ.


Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa