ວັນທີ 30 ພຶດສະພາ 2025 ຢູ່ທີ່ສະໂມສອນແຂວງ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ຫຼ້າປະເສີດ ສີປະເສີດ ກຳມະການປະຈຳພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ພິທີດັ່ງກ່າວທ່ານ ນ ຈັນສຸນີ ສິດບຸນລັງ ຮອງຫົວຫນ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 556/ຈຂ, ລົງວັນທີ 19 ພຶດສະພາ 2025 ໂດຍຍົກຍ້າຍທ່ານ ຄໍາມີ ວົງບົວລົມ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງຫຼວງນໍ້າທາ ໄປຮັບໜ້າທີ່ໃໝ່ ຢູ່ຄະນະໂຄສະນາອົບຮົມແຂວງ.
ໂອກາດນີ້ທ່ານ ຫຼ້າປະເສີດ ສີປະເສີດ ກຳມະການປະຈຳພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງ ໄດ້ໂອ້ລົມຕໍ່ພິທີ ກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມຊົມຕໍ່ຜົນງານທີ່ດີເດັ່ນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ໄດ້ຮຽກຮ້ອງໃຫ້ຜູ້ທີ່ຍົກຍ້າຍມາຮັບໜ້າທີ່ໃໝ່ຈົ່ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມຮັບຜິດຊອບສູງ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດໃນແຕ່ລະໄລຍະ, ຍົກສູງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ແກ່ການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ.