ພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນປົດປ່ອຍຫຼວງນໍ້າທາຄົບຮອບ 63 ປີ (6 ພຶດສະພາ 1962-6 ພຶດສະພາ 2025), ວັນກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025)

ໃນຕອນເຊົ້າຂອງວັນທີ 5 ພືດສະພາ 2025 ຢູ່ທີ່ຫໍວັດທະນະທໍາແຂວງຫຼວງນໍ້າທາ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນປົດປ່ອຍຫຼວງນໍ້າທາຄົບຮອບ 63 ປີ (6 ພຶດສະພາ 1962-6 ພຶດສະພາ 2025) ແລະ ວັນກໍາມະກອນສາກົນ ຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025). ນອກນັ້ນ, ຍັງໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫ່ຍຜູ້ແທນສະຫະພັັນກໍາມະບານແຂວງຄັ້ງທີ່ IX ເປັນກຽດເຂົ້າຮ່ວມຂອງທ່ານ ສີວິໄລ ປັນແກ້ວ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງນໍ້າທາ, ມີຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດມີ 460 ຄົນ, ຍິງ 111 ຄົນ.

ໃນພິທີດັ່ງກ່າວ ທ່ານ ສີງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນເລົ່າປະຫວັດຄວາມເປັນມາຂອງວັນປົດປ່ອຍຫຼວງນໍ້າທາ ພາຍຫຼັງສີ້ນສຸດຍຸດທະບັ້ນຮົບຫຼວງນໍ້າທາ ກໍາລັງທະຫານປະເທດລາວ ແລະ ທະຫານອາສາສະໝັກຫວຽດນາມໄດ້ປັດເຂ່ຍພວກສັດຕູ ອອກຈາກວົງສູ້ຮົບໄດ້ 1,800 ຄົນ, ດັບສູນກ້ຽງ ແລະ ຈັບທະຫານສັດຕູເປັນສະເລີຍເສີກໄດ້ 1,432 ຄົນ, ຍຶດອາວຸດທຸກຊະນິດ ໄດ້ 600 ກະບອກ, ລູກປືນໄດ້ 150 ໂຕນ, ຍີງເຮືອບິນຕົກໄດ້ 4 ລໍາ, ປົດປ່ອຍດິນແດນໄດ້ 8,000 ກິໂລແມັດ, ປົດປ່ອຍພົນລະເມືອງໄດ້ 76,000 ຄົນ.

ທ່ານ ກູ່ວິໄລ ວິຫວັນງວກ ຮອງປະທານກໍາມະບານແຂວງໄດ້ຂື້ນເລົ່າມູນເຊື້ອລະນຶກເຖີງວັນກໍາມະກອນສາກົນຄົບຮອບ 139 ປີ ເຊີ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນກໍາມະກອນ ກໍຄືປະຫວັດການຕໍສູ້ຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອທວງເອົາສິດຜົນປະໂຫຍດຂອງຕົນ ໄດ້ທວງໃຫ້ນາຍທຶນຕ້ອງຍອມປະຕິບັດໂມງເວລາ ເຮັດວຽກມື້1 ບໍ່ໃຫ້ເກີນ 8 ຊົ່ວໂມງ ແລະ ໃຫ້ໄດ້ພັກຜ່ອນອີກ 8 ຊົ່ວໂມງ ເພື່ອໃຫ້ມີໂອກາດໄດ້ຮໍ່າຮຽນຍົກລະດັບຄວາມຮູ້ຂອງຕົນພ້ອມທັງທວງໃຫ້ນາຍທຶນເພີ່ມເງີນເດືອນຂື້ນຕື່ມອີກ ແລະ ທວງໃຫ້ນາຍທືນເອົາໃຈໃສ່ດູແລການເປັນຢູ່ຂອງຊາວຜູ້ອອກແຮງງານໃຫ້ດີຂື້ນກວ່າເກົ່າ.

ຈາກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນສະຫະພັັນກໍາມະບານແຂວງຄັ້ງທີ່ IX ຕື່ມອີກ ແລະໄດ້ປິດລົງໃນຕອນດຽວກັນຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa