ໃນຕອນເຊົ້າຂອງວັນທີ 29 ເມສາ 2025 ຄະນະໂຄສະນາອົບຮົມ ເມືອງຫລວງນໍ້າທາ ໄດ້ສົມທົບກັບ ຫ້ອງການສະຫະພັນກໍາມະບານ ເມືອງຫລວງນໍ້າທາ ໄດ້ເປີດພິທີ ປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ (01 ພຶດສະພາ 1886 – 01 ພຶດສະພາ 2025) ຢູ່ທີ່ສະໂມສອນ ເມືອງຫລວງນໍ້າທາ ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ສອງກອງບັນຊາການ, ປະທານສານປະຊາຊົນເຂດI, ຫົວໜ້າອົງການໄອຍະການປະຊາຊົນເຂດI, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການທຽບເທົ່າ ແລະ ໜ່ວຍກໍາມະບານຮາກຖານອ້ອມ ຂ້າງເມືອງຫລວງນໍ້າທາ ກໍ່ໃຫ້ກຽດເຂົ້າຮ່ວມຢາງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ນາງ ຈັນສະໄໝ ແກ້ວມະນີວົງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານເອກະສານ ວັນກໍາມະ ກອນສາກົນ ຄົບຮອບ 139 ປີ, ມີຈຳນວນພົນເຂົ້າຮ່ວມທັງໝົດ 87 ທ່ານ, ຍິງ 52 ທ່ານ.
ພິທີດັ່ງກ່າວໄດ້ສິ້ນສຸດລົງໃນ ເວລາ 9 ໂມງ 10 ນາທີ.