ໃນວັນທີ28 ເມສາ 2025 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາໄດ້ລົງຕິດຕາມຊູກຍູ້ວຽກງານຝຶກອົບຮົມແນວທາງການເມືອງໃຫ້ສະມາຊິກພັກໃໝ່ ( ສະມາຊິກພັກສໍາຮອງ) ຢູ່ເມືອງວຽງພູຄາ ນໍາພາຄະນະທີມງານໂດຍ ທ່ານ ສິງໄຊ ວັນຄໍາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະທີມງານໄດ້ຮັບການຕ້ອນຮັບຂອງທ່ານ ສອນເພັດ ກິງມາລາ ກໍາມະການປະຈໍາພັກເມືອງ ປະທານກວດກາພັກ-ອົງການກວດກາລັດເມືອງ, ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຈາກຄະນະໂຄສະນາອົບຮົມເມືອງ ຈາກນັ້ນກໍ່ໄດ້ເຂົ້າຮ່ວມຕິດຕາມການຝຶກອົບຮົມສະມາຊິກພັກໃໝ່ ( ສະມາຊິກພັກສໍາຮອງ) ຢູ່ ຫ້ອງການ ບ້ານວຽງສະຫວ່າງ ມີສະມາຊິກພັກສໍາຮອງເຂົ້າຮ່ວມຝຶກອົບຮົມທັງໝົດ 24 ສະຫາຍ, ຍິງ 10 ສະຫາຍ. ພາຍຫຼັງສໍາເລັດການຝຶກອົບຮົມກໍ່ໄດ້ຈັດກອງປະຊຸມຖອດຖອນບົດຮຽນລະຫວ່າງຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງ ເພື່ອແນ່ໃສຍົກສູງຄຸນນະພາບວຽກງານກໍ່ສ້າງພັກ ແລະ ປັບປຸງພັກໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ.