ຄະນະໂຄສະນາອົບຮົມແຂວງຫຼວງນໍ້າປິດຊຸດຝຶກອົບຮົມວຽກງານສື່ມວນຊົນໃຫ້ວິຊາການຂ່າວ ພາຍໃນພະແນກການອ້ອມຂ້າງແຂວງ ແລະ 5 ເມືອງ.

ພາຍຫຼັງຜ່ານການຝຶກອົບຮົມວຽກງານສື່ມວນຊົນໃຫ້ວິຊາການຂ່າວ ພາຍໃນພະແນກການອ້ອມຂ້າງແຂວງ ແລະ 5 ເມືອງ ເຊິ່ງດໍາເນີນມາເປັນເວລາ 4 ວັນ.

ວັນທີ 6 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຂອງຄະນະຈັດຕັ້ງແຂວງ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາໄດ້ປີດຝຶກອົບຮົມ ວຽກງານສື່ມວນຊົນໃຫ້ວິຊາການຂ່າວພາຍໃນພະແນກການອ້ອມຂ້າງແຂວງ ແລະ 5 ເມືອງ ໂດຍໃຫ້ກຽດເປັນປະທານຂອງທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກເເຂວງ ຫົວໜ້າຄະນະໂຄສະນາອົບຮົມເເຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບ ແລະ ສໍາມະນາກອນ ຈໍານວນ 28 ທ່ານ, ຍິງ 11 ທ່ານ.

ທ່ານ ກູ່ລະສິນ ວິແຄລູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ຜ່ານບົດສະຫຼຸບຂອງຊຸດຝຶກອົບຮົມ ໂດຍປະຕິບັດຕາມທິດຊີ້ນຳຂອງພັກ ໃນການຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃນໄລຍະໃໝ່, ເວົ້າລວມ; ເວົ້າສະເພາະ ກໍ່ແມ່ນການສ້າງຄວາມເຂັ້ມແຂງທາງດ້ານວິຊາການຂອງວຽກງານສື່ມວນຊົນພາຍໃນແຂວງຫຼວງນໍ້າທາ, ເພື່ອສ້າງຄວາມເຂັ້ມແຂງ, ດ້ານທັກສະການຂຽນຂ່າວ, ອາຊີບຂອງນັກຂ່າວ, ການຖ່າຍທຳວີດີໂອ, ການຕັດຕໍ່ພາບວີດີໂອ, ການເປັນໂຄສົກທີ່ດີ ແລະ ຈັນຍາບັນຂອງສື່ມວນຊົນ, ຈັນຍາບັນຂອງນັກຂ່າວ ເຊິ່ງບົດຮຽນທີ່ນໍາມາບັນຍາຍທັງໝົດມີ 6 ບົດຄື: ວຽກງານໂຄສະນາຂອງພັກໃນໄລຍະໃໝ່ ແລະ ສິນລະປະໃນການເວົ້າ. ທັກສະການສື່ສານ, ການນຳໃຊ້ໂທນສຽງ, ຈັງຫວະ ແລະ ເຕັກນິກການດຶງດູດຄວາມສົນໃຈຂອງຜູ້ຟັງ. ຈັນຍາບັນຂອງນັກຂ່າວ – ເຕັກນິກການຖ່າຍທຳວີດີໂອ, ວິທີລົງໂປຼແກຼມ ແລະ ການຕັດຕໍ່ພາບວີດີໂອການປະຕິບັດຕົນຕາມຈັນຍາບັນ, ຄວາມຖືກຕ້ອງ ແລະ ຄວາມຮັບຜິດຊອບຕໍ່ສົມຄຸນຄ່າຂອງຂໍ້ມູນຂ່າວສານ. ເຕັກນິກການຕັ້ງກ້ອງ, ການຈັດມຸມກ້ອງ ການເຄື່ອນໄຫວກ້ອງ ແລະ ການເກັບສຽງ. ຫຼັກການຂຽນຂ່າວ: ເຕັກນິກການຂຽນຂ່າວ ການຕັ້ງຫົວຂໍ້ຂ່າວໃຫ້ໜ້າສົນໃຈ ແລະ ການຮຽບຮຽງເນື້ອຫາໃຫ້ກະທັດຮັດ-ຈະແຈ້ງ. ເຕັກນິກການຖ່າຍຮູບນິ່ງ: ການຈັດອົງປະກອບຂອງພາບ, ການຈັບມູມພາບ, ປັບແສງ. ການເປັນໂຄສົກ – ພິທີກອນທັກສະການຢືນ ຫຼື ນັ່ງ, ການແກ້ໄຂສະພາບໜ້າງານ ການຄອບຄຸມເວທີ ແລະ ການອ່ານບົດຂ່າວໃຫ້ມີນໍ້າສຽງອໍານາດ-ໜ້າເຊື່ອຖື. ຜ່ານການຝຶກອົບຮົມສາມາດຕີລາຄາຜົນໄດ້ຮັບ ພາກທິດສະດີປະຕິບັດໄດ້ 85% ພາກປະຕິບັດຕົວຈິງສາມາດປະຕິບັດໄດ້ 80%.

ພ້ອມນີ້ກໍ່ໄດ້ມອບໃບຢັ້ງຢຶນໃຫ້ສໍາມະນາກອນ ແລະ ມອບໃບຍ້ອງຍໍໃຫ້ ລາຍການເປົ້າໝາຍ ສາຂາຂ່າວ ທີ່ມີຜົນງານດີເດັ່ນ ໂດຍການມອບຂອງຄະນະພັກ ຄະນະໂຄສານາອົບຮົມແຂວງ.

ໂອກາດນີ້ ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກເເຂວງ ຫົວໜ້າຄະນະໂຄສະນາອົບຮົມເເຂວງ ໄດ້ມີຄໍາເຫັນຕໍ່ຊຸດປິດຝຶກອົບຮົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍເຊີຍເຊີຍ ຕໍ່ກັບຄະນະຮັບຜິດຊອບ, ສໍາມະນາກອນ ທີ່ໄດ້ເອົາໃຈໃສ່ ຕໍ່ກັບການຝຶກອົບຮົມໃນໄລຍະຜ່ານມາ ທ່ານຍັງໄດ້ເນັ້ນໜັກໃຫ້ສໍາມານາກອນ ເວົ້າລວມ; ເວົ້າສະເພາະ ກໍ່ຄືວິຊາການຂ່າວ ໃຫ້ມີຄວາມຮັບຜິດຊອບສູງຕໍ່ກັບວຽກງານວິຊາສະເພາະຂອງຕົນ ໃຫ້ຮັບໃຊ້ວຽກງານທີ່ພັກ – ລັດ ມອບໜາຍ ໃຫ້ມີປະສິດທິພາບປະສິດຕິຜົນ ແລະ ຈົ່ງນໍາເອົາຄວາມຮູ້ຈາກການຝຶກອົບຮົມໃນຄັ້ງນີ້ໄປພັດທະນາຕົນເອງ ແລະ ພັດທະນາວຽກງານສື່ມວນຊົນຂອງແຂວງໃຫ້ມີຄວາມເຂັ້ມແຂງຂື້ນໄປຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa