ກົມຂໍ້ມູນຂ່າວສານສົມທົບກັບຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກຽມຄວາມພ້ອມຫັນວຽກງານຄະນະໂຄສະນາອົບຮົມເປັນທັນສະໄໝ ຢູ່ຄະນະໂຄສະນາອົບຮົມເມືອງວຽງພູຄາ

ຕອນເຊົ້າ ຂອງວັນທີ 17 ພະຈິກ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມເພື່ອກຽມຄວາມພ້ອມຫັນວຽກງານຄະນະໂຄສະນາອົບຮົມເປັນທັນສະໄໝ ຢູ່ຄະນະໂຄສະນາອົບຮົມ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນຊົງ ວາໄຊຢີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງວຽງພູຄາ, ທ່ານ ຄໍາທອງ ຄຸນປະເສີດ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງວຽງພູຄາ,  ມີທ່ານ ນາງ ເຮືອຍ ສົມຫວັງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ສີໃສ ວິໄລສັກ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ແລະພະນັກງານ ຄະນະໂຄສະນາອົບຮົມເມືອງວຽງພູຄາ ພ້ອມດ້ວຍທີມງານມາຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຢູ່ຄະນະໂຄສະນາອົບຮົມ ເມືອງວຽງພູຄາ ໃນໄລຍະຜ່ານໂດຍຫຍໍ້ ໂດຍ ທ່ານ ຄໍາທອງ ຄຸນປະເສີດ ຫົວໜ້າຄະນະໂຄສະນາອົບຮົມ ເມືອງວຽງພູຄາ.  ເຊິ່ງທ່ານ ໄດ້ລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະສະເໜີໃຫ້ຂັ້ນເທິງຊ່ວຍພິຈາລະນາ ແກ້ໄຂອຸປະກອນ, ເຄື່ອງມືຮັບໃຊ້ວຽກງານເກັບກໍາ ແລະຜະລິດຂ່າວ ເພື່ອຮັບໃຊ້ສັງຄົມເຊັ່ນ: ກ້ອງຖ່າຍຮູບ, ຄອມພິວເຕີ, ເຄື່ອງອັດສຽງ ແລະອື່ນໆ ທີ່ຈໍາເປັນ; ສະໜອງພາຫະນະ ໂດຍສະເພາະແມ່ນລົດຈັກ ເພື່ອຮັບໃຊ້ໃນວຽກງານລວມ ຂອງຫ້ອງການຄະນະໂຄສະນາອົບຮົມເມືອງ ແລະ ແບ່ງຕົວເລກລັດຖະກອນ ປະຈໍາປີ 2026 ໃຫ້ຄະນະໂຄສະນາອົບຮົມ ເມືອງວຽງພູຄາ

ໃນກອງປະຊຸມ ທ່ານ ສີໃສ ວິໄລສັກ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຍັງໃຫ້ກຽດແນະນໍາວິທີ ແລະຫຼັກການຂຽນຂ່າວລົງຂ່າວຜ່ານສື່ຕ່າງໆ ເພື່ອເຮັດໃຫ້ການຜະລິດຂ່າວຂອງເມືອງມີຄວາມຊັດເຈນ ແລະຖືກຕ້ອງກັບຄວາມເປັນຈິງ ໂດຍຜ່ານສື່ສັງຄົມອອນລາຍ ເຮັດໃຫ້ສັງຄົມບໍລິໂພກຂ່າວທີ່ຖືກຕ້ອງ. ຈາກນັ້ນ, ທ່ານ ຍັງຕາງໜ້າທີມງານຂອງຄະນະໂຄສະນາອົບຮົມສູນກາງພັກຂຶ້ນມອບ ຄອມພິວເຕີ ໃຫ້ຄະນະໂຄສະນາອົບຮົມເມືອງວຽງພູຄາ ຈໍານວນ 1 ຊຸດ ມູນຄ່າ 5.000.000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານລວມ ຂອງຄະນະໂຄສະນາອົບຮົມເມືອງ ເພື່ອເຮັດໃຫ້ວຽກງານດັ່ງກ່າວຮັບປະກັນປະສິດທິພາບ ແລະ ໃຫ້ກຽດຮັບໂດຍທ່ານ ຄໍາທອງ ຄຸນປະເສີດ ໂດຍການເປັນພະຍານ ຂອງຄະນະນໍາຂອງແຂວງ, ເມືອງ ແລະພະນັກງານວິຊາການພາຍໃນຄະນະໂຄສະນາອົບຮົມເມືອງ ຈາກນັ້ນ, ຕອນທ້າຍ ປະທານກອງປະຊຸມຍັງໄດ້ໃຫ້ຄໍາເຫັນໂອ້ລົມຕໍ່ພະນັກງານຄະນະໂຄສະນາອົບຮົມເມືອງ ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍຕໍ່ກັບຄະນະໂຄສະນາອົບຮົມເມືອງທີ່ຍາດໄດ້ຜົນງານໃນໄລຍະຜ່ານມາ, ທ່ານຍັງໄດ້ເນັ້ນໃຫ້ຄະນະນໍາ ແລະພະນັກງານວິຊາການເພີ່ມທະວີຍົກສູງຄວາມຮັບຜິດຊອບດ້ານວິຊາສະເພາະ ແລະມີຄວາມສາມັກຄີພາຍໃນ; ຕ້ອງຝຶກທັກສະໃນການເວົ້າ, ການຂຽນຂ່າວ, ບັນນາທິການ, ລາຍງານຂ່າວ ເພື່ອເຮັດໃຫ້ຂ່າວມີຄຸນນະພາບ ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຄະນະພັກ, ຄະນະນໍາຂັ້ນເທິງ, ຕໍ່ກັບບັນດາຂະແໜງການ ແລະສັງຄົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa