ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 21 ຕຸລາ 2026 ໄດ້ເປີດກອງປະຊຸມປະເມີນສະມາຊິກພັກຂອງໜ່ວຍພັກບໍລິຫານ ແລະ ສັງລວມ-ຂໍ້ມູນຂ່າວສານ ປະຈໍາປີ 2026 ຂຶ້ນຢູ່ທີ່ ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄໍາຫຼ້າ ຈັນທະວິໄລ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ, ເລຂາຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ, ມີເລຂາໜ່ວຍພັກໂຄສະນາ-ອົບຮົມ, ຮອງເລຂາໜ່ວຍພັກສື່ມວນຊົນ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ.
ເພື່ອປະຕິບັດຕາມຄໍາແນະນໍາກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2026 ໃນວາລະຂອງກອງປະຊຸມ ສະຫາຍເລຂາໄດ້ນໍາພາສະມາຊິກພາຍໃນໜ່ວຍໄດ້ຜັດປ່ຽນກັນຜ່ານບົດສໍາຫຼວດຕົນເອງ ພ້ອມທັງປະກອບຄໍາຄິດຄໍາເຫັນກໍ່ສ້າງເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດຟົດຟື້ນ.

ຜ່ານການຕີລາຄາຂອງໝູ່ຄະນະໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອພ້ອມກັນແກ້ໄຂຂໍ້ຄົງຄ້າງໃຫ້ດີຂື້ນໄປເທື່ອລະກ້າວ ແລະ ສາມາດບັນລຸໄດ້ຄົບຕາມ 5 ມາດຖານທີ່ວາງໄວ້ນັ້ນຄື:1. ດ້ານຄຸນທາດການເມືອງ. 2. ດ້ານຄຸນສົມບັດສິນທໍາປະຕິວັດ. 3. ດ້ານການຈັດຕັ້ງ ແລະ ລະບຽບວິໃນ. 4. ດ້ານແບບແຜນນໍາພາ ແລະ ວິທີເຮັດວຽກ. 5. ດ້ານຄວາມຮູ້-ຄວາມສາມາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຜ່ານການໃຫ້ຄະແນນແຕ່ລະດ້ານສາມາດຕີລາຄາສະມາຊິກພັກແຂງໄດ້ 16 ສະຫາຍ, ຍິງ 6 ສະຫາຍ.
ຕອນແລງຂອງວັນດຽວກັນໄດ້ເປີດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງໃນວາລະຂອງກອງປະຊຸມ ສະຫາຍ ນ. ອຸ່ນທອງ ອິນທະວີໄຊ ຮອງເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027, ເຊິ່ງໄດ້ຕີລາຄາ, ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອປະເມີນໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ, ມີບັນຍາກາດຝົດຟື້ນ ແລະ ສ້າງສັນ.
ເລຂາໜ່ວຍພັກ ໄດ້ນໍາພາສະມາຊິກພັກພາຍໃນໜ່ວຍພັກ ລົງປະຊາມະຕິໃຫ້ຄະແນນ ແຕ່ລະດ້ານຄື: 1. ດ້ານການເມືອງບັນລຸໄດ້ 9,67 ຄະແນນ, 2. ດ້ານແນວຄິດບັນລຸໄດ້ 9,52 ຄະແນນ, 3. ດ້ານການຈັດຕັ້ງ ບັນລຸໄດ້ 9,43 ຄະແນນ, 4. ດ້ານແບບແຜນການນໍາພາບັນລຸໄດ້ 9,30 ຄະແນນ, 5. ດ້ານການນໍາພາປະຕິບັດໜ້າທີ່ການເມືອງ ບັນລຸໄດ້ 9,28 ຄະແນນ, ຈັດຢູ່ໃນປະເພດໜ່ວຍພັກ ແຂງ ປະຈໍາປິ 2026 ແລະ ຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2027 ຢ່າງເປັນເອກະສັນ, ກອງປະຊຸມດັ່ງກ່າວໄດ້ດໍາ ເນີນໄປເປັນເວລາ 1 ວັນ ແລະ ໄດ້ປິດລົງໃນວັນດຽວກັນ.
