ເຈົ້າຂອງຮ້ານຂາຍລົດໃຫຍ່ຫຼວງນໍ້າທາ ໂອໂຕເຊີວິດ ມອບຄອມພິວເຕີ ໃຫ້ແຂວງຫຼວງນໍ້າທາ.

ວັນທີ 10 ສິງຫາ 2026 ນີ້ ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ທ່ານ ເພັດ ນັກສຸລິດ ເຈົ້າຂອງຮ້ານຂາຍລົດໃຫຍ່ຫຼວງນໍ້າທາ ໂອໂຕເຊີວິດ ນໍາເອົາຄອມພິວເຕີຈໍານວນ 5 ຊຸດ ມອບໃຫ້ແຂວງ ລວມມູນຄ່າທັງໜົດ 72 ລ້ານກີບ. ກ່າວມອບໂດຍຜູ້ຕ່າງໜ້າທະນາຄານພັດທະນາລາວ ຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ພ້ອມນີ້ທ່ານກໍ່ໄດ້ມອບຕໍ່ໃຫ້ຄະນະໂຄສະນາອົບຮົມແຂວງ, ກໍາມະບານແຂວງ, ແນວລາວສ້າງຊາດ, ສະຫະພັນແມ່ຍິງ ແລະ ຊາວໜຸ່ມແຂວງ. ໂອກາດນີ້ ທ່ານ ອ່ອນຈັນ ຄໍາພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ສະແດງຄວາມຂອບໃຈມາຍັງເຈົ້າຂອງຮ້ານຂາຍລົດໃຫຍ່ຫຼວງນໍ້າທາ ໂອໂຕເຊີວິດ ທີ່ເຫັນໄດ້ຄວາມສໍາຄັນ ແລະ ນໍາເອົາຄອມພິວເຕີຈໍານວນ 5 ຊຸດ ມອບໃຫ້ແຂວງໃນຄັ້ງນີ້ ແລະ ຈະໄດ້ນໍາໃຊ້ຄອມພິວເຕີດັ່ງກ່າວເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄວາມສະດວກດີຂື້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa