ວັນທີ 24 ພະຈິກ 2026 ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ເປີດກອງປະຊຸມປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການ 2027 ຂື້ນຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ,ໂດຍການເປັນປະທານຂອງສະຫາຍ ຄຳມີ ວົງບົວລົມ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກຮາກຖານ, ຕາງໜ້າຈາກ ອົງການຈັດຕັ້ງພັກ ແລະ ແຂກຖືກເຊີນ ພ້ອມດ້ວຍສະມາຊິກພາຍໃນຮາກຖານເຂົ້າຮ່ວມ.
ກອງປະຊຸມສະຫາຍ ກູ່ລະສິນ ວີແຄລູ ຄະນະພັກຮາກຖານໄດ້ຜ່ານຮ່າງບົດປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການ 2027 ເຊີ່ງສະຫາຍໃຫ້ຮູ້ວ່າ: ຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ເປັນຮາກຖານໜື່ງ ທີ່ຂຶ້ນກັບການນຳພາ-ຊີ້ນຳ ໂດຍກົງຂອງຄະນະປະຈໍາພັກແຂວງ, ດ້ານການເມືອງ-ແນວຄິດ, ດ້ານວິຊາສະເພາະແມ່ນຂື້ນກັບຄະນະໂຄສະນາອົບຮົມສູນກາງພັກ, ມີພາລະບົດບາດ ເປັນເສນາທິການໃຫ້ອົງຄະນະພັກແຂວງ, ໃນການຈັດຕັ້ງຜັນຂະຫຍາຍ, ໂຄສະນາແນວທາງການເມືອງພັກ ແລະ ລະບຽບກົດໝາຍຂອງລັດ, ເກັບກຳສະພາບແນວຄິດຫາງສຽງສັງຄົມ ເພື່ອລາຍງານໃຫ້ຄະນະພັກຂັ້ນເທິງ, ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາປະກອບມີຄະນະ 5 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກພັກທັງໝົດ 44 ສະຫາຍ, ຍິງ 16 ສະຫາຍ, ມີ 3 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກ ບໍລິຫານ ແລະ ສັງລວມຂໍ້ມຸນຂ່າວສານ, ໜ່ວຍພັກໂຄສະນາ-ອົບຮົມ ແລະ ໜ່ວຍພັກສື່ມວນຊົນ.
ການຕີລາຄາການກໍ່ສ້າງຄະນະພັກຮາກຖານ ຕາມ 05 ເນື້ອໃນ ແລະ ຜົນໄດ້ຮັບນຳພາດ້ານການເມືອງ ບັນລຸໄດ້ 9,69 ຄະແນນ, ດ້ານແນວຄິດ 9,30 ຄະແນນ, ດ້ານການຈັດຕັ້ງ 9,61 ຄະແນນ, ດ້ານການນໍາພາ ແລະ ວິທີເຮັດວຽກ 9,06 ຄະແນນ, ດ້ານການນໍາພາປະຕິບັດໜ້າທີ່ການເມືອງ 9,18 ຄະແນນ. ສໍາລັບທິດທາງ ແລະ ຄາດໝາຍສູ້ຊົນໃນປີ 2027 ນຳພາດ້ານການເມືອງໃຫ້ໄດ້ 9,71 ຄະແນນ, ດ້ານແນວຄິດ 9,30 ຄະແນນ, ດ້ານການຈັດຕັ້ງ 9,65, ດ້ານການນໍາພາ 9,31 ຄະແນນ, ດ້ານການນໍາພາປະຕິບັດໜ້າທີ່ການເມືອງ 9,26 ຄະແນນ.
ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງສ້າງສັນ ແລະ ເປັນເອກະພາບປະຊາມະຕິໃນການເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການ 2027 ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາຢ່າງເປັນເອກະສັນ.
