ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ (2025-2030) , ເຊີ່ງຈັດຂຶ້ນໃນວັນທີ 30 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ສິງໄຊ ວັນຄຳ ກຳມະການປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມມີບັນດາ ສະຫາຍ ຜູ້ຕາງຫນ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ, ໂຮງຮຽນການເມືອງການປົກຄອງແຂວງ 3 ອົງການຈັດຕັ້ງພັກ ຕະຫລອດຮອດສະມາຊິກພັກພາຍໃນຫນ່ວຍເຂົ້າຮ່ວມ.
ກອງປະຊຸມສະຫາຍ ຄຳມີ ວົງບົວລົມ ຮອງຫົວຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IVໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ (2025-2030) ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກເອກະລາດ ພາຍໃຕ້ການນຳພາ-ຊີ້ນຳໂດຍກົງ ຂອງຄະນະປະຈຳພັກແຂວງ, ມີພາລະບົດບາດ ເປັນເສນາທິການທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງໃຫ້ແກ່ຄະນະປະຈຳພັກແຂວງ ແລະການຊີ້ນຳໂດຍກົງທາງດ້ານວິຊາສະເພາະຈາກຄະນະໂຄສະນາອົບຮົມສູນກາງພັກ,ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ປະກອບມີ 4 ຂະແໜງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນຄື: ຂະແໜງບໍລິຫານ ແລະຈັດຕັ້ງ, ຂະແໜງໂຄສະນາ, ຂະແໜງສັງລວມ-ຂໍ້ມູນຂ່າວສານ ແລະ ຂະແໜງອົບຮົມ, ມີພາລະບົດບາດເປັນເສນາທິການໃຫ້ແກ່ອົງຄະນະພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ, ຈັດຕັ້ງເຜີຍແຜ່ແນວທາງການເມືອງຂອງພັກ, ເກັບກຳຫາງສຽງສັງຄົມກ່ຽວກັບການນຳພາ-ຊີ້ນຳຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ສ່ອງແສງລາຍງານໃຫ້ຄະນະພັກຂັ້ນເທິງເພື່ອປັບປຸງແກ້ໄຂ.ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ມີສະມາຊິກທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ, ໃນນີ້ຂະຫຍາຍໃໝ່ໄດ້ 1 ສະຫາຍ, ຍົກຍ້າຍເຂົ້າມາ 1 ສະຫາຍ, ອອກຮັບອຸດໜູນບຳນານ 2 ສະຫາຍ, ປັດຈຸບັນ ມີສະມາຊິກພັກເຄື່ອນໄຫວຕົວຈິງ 18 ສະຫາຍ, ຍິງ 7 ສະຫາຍ, ຄະນະໜ່ວຍພັກພວກເຮົາ ໄດ້ເອົາໃຈໃສ່ປັບປຸງ ແລະກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໂດຍຖືເອົາການຮ່ວມຊິວິດພັກປະຈຳເດືອນ ແລະ ເສຍເງິນສະຕິພັກ ເປັນປົກກະຕິ, ຖືເອົາບັ້ນດຳເນີນຊິວິດການເມືອງປະຈຳເດືອນ ເປັນການຕຳນິສົ່ງຂ່າວ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປັບປຸງກົງຈັກການຈັດຕັ້ງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ.ໄດ້ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນໍາ ໃນການປັບປຸງ ແລະກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ ແລະວິທີເຮັດວຽກຂອງຄະນະໜ່ວຍພັກ, ເອົາໃຈໃສ່ກໍ່ສ້າງພັກໃຫ້ມີຄວາມປອດໃສ່, ເຂັ້ມແຂງ, ໜັກແໜ້ນ ໄດ້ທຸກໆປີ, ເຊິ່ງເລີ່ມຈາກການສ້າງຄວາມເປັນແບບຢ່າງຂອງສະມາຊິກພັກໃນການປະຕິບັດກົດລະບຽບຂອງພັກ, ການພັດທະນາຕົນເອງ ແລະຍົກສູງຄຸນນະພາບການປະຕິບັດໜ້າທີ່ວຽກງານ,ຮ່ວມຊີວິດພັກ ເປັນປົກກະຕິ ເພື່ອຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະກັນ, ພ້ອມກັນກ້າວໜ້າ, ການຂະຫຍາຍສະມາຊິກພັກ ຖືຄຸນນະພາບເປັນກົກ, ຕິດພັນກັບຂະບວນການຕົວຈິງຂອງມະຫາຊົນ, ເລືອກເຟັ້ນເອົາຜູ້ທີ່ມີຜົນງານດີເດັ່ນ, ປະຫວັດຈະແຈ້ງ ແລະເງື່ອນໄຂຄົບຖ້ວນ ເພື່ອນຳສະເໜີຂັ້ນເທິງພິຈາລະນາ ເຂົ້າພັກຈຳນວນໄດ້ 1 ສະຫາຍ.ສໍາເລັດບັ້ນດໍາເນີນຊີວິດການເມືອງພາຍໃນພັກ ເປັນປະຈຳທຸກໆປີ ແລະປະເມີນສະມາຊິກພັກແຂງໄດ້ 100%ແລະບໍ່ມີສະມາຊິກພັກສະຫາຍໃດ ມີຈຸດອ່ອນ ແລະເສຍທາດຂາດຄູນ; 5 ປີຜ່ານມາ ເກັບເງິນສະຕິພັກໄດ້ທັງໝົດ1.080.000 ກີບ, ສົ່ງໃຫ້ຄະນະພັກຂັ້ນເທິງ 360,000 ກີບ, ປັດຈຸບັນ ໜ່ວຍພັກມີເງິນແຮຄັງ 720,000 ກີບ ວຽກງານຄຸ້ມຄອງ ແລະກໍ່ສ້າງພະນັກງານ-ລັດຖະກອນ, ຊຸກຍູ້ ແລະສົ່ງເສີມ ໃຫ້ພະນັກງານ-ລັດຖະກອນ ໄດ້ໄປຍົກລະດັບຄວາມຮູ້, ຄວາມສາມາດ ຂອງຕົນເອງ ດ້ວຍການຮຽນຮູ້ຈາກການປະຕິບັດຕົວຈິງ, ການຝຶກອົບຮົມ ແລະການໄປຍົກລະດັບແຕ່ລະໄລຍະ; ສຳເລັດໃນການຂຽນກໍານົດຕໍາແໜ່ງງານ; ສຳເລັດໃນການປັບປຸງກົງຈັກ,ຊັບຊ້ອນພະນັກງານ ແລະການແບ່ງໜ້າທີ່ຄວາມຮັບຜິດຊອບຕາມການກຳນົດຕຳແໜ່ງງານ, ຕິດຕາມ, ຊຸກຍູ້ການປະຕິບັດໜ້າທີ່ວຽກງານ ຂອງແຕ່ລະສະຫາຍ ຕາມທີ່ໄດ້ມອບໝາຍໃຫ້ເປັນປົກກະຕິ ແລະສໍາເລັດການປະເມີນຜົນ ພະນັກງານ-ລັດຖະກອນປະຈຳທຸກໆປີ, ໄດ້ຈັດປະເພດພະນັກງານດີເດັ່ນ, ມີຄະແນນສະເລ່ຍ 9 ຂຶ້ນໄປ. ຄຽງຄູ່ກັບຜົນສຳເລັດວຽກງານວິຊາສະເພາະແລ້ວ ສະມາຊິກແຕ່ລະສະຫາຍຍັງໄດ້ເປັນເຈົ້າການໃນການຊຸກຍູ້, ສົ່ງເສີມ ໃຫ້ສະມາຊິກພັກສ້າງເສດຖະກິດຄອບຄົວ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນ, ດ້ວຍການຍາດແຍ່ງເວລາຫວ່າງນອກໂມງລັດຖະການ ສູມໃສ່ການປູກຝັງ -ລ້ຽງສັດ ແລະການບໍລິການອື່ນໆ ທີ່ຖືກຕ້ອງຕາມກົດໝາຍ, ເສີມຂະຫຍາຍແນວຄິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ປະຕິບັດຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສະມາຊິກພັກ ມີເນື້ອທີ່ນາທັງໝົດ 35 ເຮັກຕາ, ສະມັດຕະພາບ 4 ໂຕນ/ເຮັກຕາ, ໜອງປາ 8 ໜອງ, ມີເນື້ອທີ່ 6 ເຮັກຕາ, ສວນຢາງພາລາ 52 ເຮັກຕາ, ມີຕົ້ນຢາງທີ່ກີດແລ້ວ 27,000 ຕົ້ນ ໄມ້ໃຫ້ໝາກ 1,2 ເຮັກຕາ, ສັດປີກ 294 ໂຕ, ງົວ – ຄວາຍ 48 ໂຕ; ສາມາດສ້າງລາຍຮັບຈາກການເພີ່ມພູນ, ການບໍລິການອື່ນໆນັບທັງເງິນເດືອນລວມທັງໝົດ: 486,000,000 ກີບຕໍ່ປີ, ( ສະເລ່ຍລາຍຮັບຕໍ່ສະມາຊິກຜູ້ໜຶ່ງ 27,000,000 ກີບຕໍ່ຄົນຕໍ່ປີ ).
ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ 2026-2030 ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ, ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີXII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານ ໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ – ນໍາພາແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ດ້ວຍການຈັດຕັ້ງຮ່ຳຮຽນ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ຂອງຂັ້ນເທິງ ໃນແຕ່ລະໄລຍະ ໃຫ້ເປັນປົກກະຕິ ແລະຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີ ພາຍໃນຄະນະພັກ, ສະມາຊິກພັກ ແລະພະນັກງານ-ລັດຖະກອນ ໃຫ້ເປັນປຶກແຜ່ນແໜ້ນໜາ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດ.
