ແຂວງຫຼວງນໍ້າທາໄດ້ເປິດກອງປະຊຸມສໍາມະນາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ເພື່ອສືບຕໍສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆໃນສັງຄົມໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫັວດສາດ ແລະ ມູນເຊື້ອການນໍາພາຂອງພັກເຮົາ; ສືບຕໍ່ບຸກທະລູທາງດ້ານແນວຄິດ ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລີກເຊີ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ທາງດ້ານແນວຄິດ ແລະ ການກະທໍາ, ສົ່ງເສີມດ້ານດີ ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສີ່ງທ້າທາຍຕ່າງໆທີ່ອາດເກີດຂື້ນ.

ວັນທີ 23 ພຶດສະພາ 2025 ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສໍາມະນາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ຢູ່ທີ່ສະໂມສອນຂອງກອງບັນຊາການ ປກສ ແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ພັນເອກ ຄໍາຕຸ່ນ ບຸນລຽນຂັນ ຮອງເລຂາຄະນະພັກ, ຮອງກອງບັນຊາການ ປກສ ແຂວງ, ມີອະນຸກໍາມະການເນື້ອໃນຂັ້ນແຂວງ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມທັງໝົດ 195 ທ່ານ, ຍິງ 30 ທ່ານ.

ກອງປະຊຸມໄດ້ຮັບຟັງການຫວນຄືນມູນເຊື້ອ ເຊີ່ງຊາດລາວເປັນຊາດໜຶ່ງ ທີ່ມີມູນເຊື້ອ, ມີປະຫວັດສາດອັນຍາວນານ, ມີມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ມາຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ ພາຍຫຼັງລາວເຮົາຕົກເປັນຫົວເມືອງຂື້ນ, ປະຊາຊົນລາວຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ, ຈຶ່ງພາກັນລຸກຮື້ຂື້ນຕໍ່ຕ້ານແອກປົກຄອງ ຂອງພວກລ່າເມືອງຂື້ນຝຣັ່ງຢ່າງອົງອາດກ້າຫານ, ເປັນຂະບວນຕໍ່ເນື່ອງ ຈົນໄດ້ຮັບໄຊຊະນະເປັນກ້າວໆມ ແລະ ເອກະສານແຜນແມ່ບົດຄູ່ຮ່ວມຊາຕາກໍາລາວ-ຈີນປີ 2024-2028, ເອກະສານມູນເຊື້ອແຫ່ງການຈັດຕັ້ງນໍາພາຂອງອົງຄະນະພັກແຂວງ ແຕ່ຊຸດທີ່ 1 ເຖິງປະຈູບັນ, ເອກະສານເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະ ກິດຈະກໍາຖາມ-ຕອບວິທະຍາສາດຈາກອະນຸກໍາມະການເນື້ອໃນຂັ້ນແຂວງ. ພິທີດັ່ງກ່າວໄດ້ປິດລົງໃນຕອນດຽວກັນ.


 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa