ແຂວງຫຼວງນໍ້າທາຈັດຕັ້ງພິທີປາຖະກະຖາວັນປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ, ວັນຍຶດອໍານາດທົ່ວປະເທດ ແລະ ວັນສ້າງຕັ້ງແນວລາວສາງຊາດ.

ວັນທີ 15 ສິງຫາ 2024 ແຂວງຫຼວງນໍ້າທາ ຈັດພິທີປາຖະກະຖາວັນປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ ( 15 ສິງຫາ 1991-15 ສິງຫາ 2024 ), ວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 79 ປີ ( 23 ສິງຫາ 1945-23 ສິງຫາ 2024 ) ຄົບຮອບ 49 ປີ ( 23 ສິງຫາ 1975-23 ສິງຫາ 2024 )   ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 74 ປີ ( 13 ສິງຫາ 1950-13 ສິງຫາ 2024 ຂື້ນຢູ່ທີ່ຫໍວັດທະນະທຳແຂວງຫຼວງນໍ້າທາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈັນທອງ ແກ້ວປະເສີດ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດການເມືອງ-ແນວຄິດ, ພັກ-ພະນັກງານຂັ້ນແຂວງ, ມີການນໍາຂອງແຂວງ, ສອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີພະນັກງານ-ລັດຖະກອນບັນດາພະແນກການອ້ອມຂ້າງແຂວງ ແລະ 8 ບ້ານເທດສະບານແຂວງ ເຂົ້າຮ່ວມທັງໝົດ 542 ເທື່ອຄົນ, ຍິງ 180 ເທື່ອຄົນ.

ພິທີດັ່ງກ່າວທ່ານ ມີໄຊ ມີວິໄລ ກໍາມະການຄະນະປະຈໍາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງໄດ້ຂື້ນຜ່ານບົດປາຖະກະຖາ ວັນປະກາດໃຊ້ລັດຖະທໍາມະນູນແຫ່ງ ສປປ ລາວ ເຊີ່ງຄໍາວ່າ ລັດຖະທໍາມະນູນ ແມ່ນໄດ້ມາຈາກການເອົາ 2 ຄໍາມາປະສົມເຂົ້າກັນ ລະຫວ່າງ ຄໍາວ່າ: ລັດຖະ+ທໍາມະນູນ ໃນນີ້ຄໍາວ່າ ລັຖະ ແປວ່າ ລັດ ຫຼື ປະເທດ ສ່ວນຄໍາວ່າ ທໍາມະນູນ ໝາຍເຖິງກົດໝາຍ, ຄວາມຍຸຕິທໍາ, ຄວາມຖືກຕ້ອງ ສະນັ້ນເມືອເອົາສອງຄໍານີ້ມາລວມກັນ ເປັນຄໍາວ່າ ລັດຖະທໍາມະນູນ ຈຶ່ງມີຄວາມໝາຍວ່າ ກົດໝາຍຂອງລັດ, ແມ່ນກົດໝາຍສູງສຸດ ທັງເປັນກົດພື້ນຖານແຫ່ງການປົກຄອງປະເທດ ຫຼື ເວົ້າອີກຢ່າງໜຶ່ງກໍ່ແມ່ນ ແມ່ແຫ່ງກົດໝາຍທັງປວງ ເຊິ່ງເປັນການກໍານົດລະບອບການປົກຄອງ, ແນວທາງ, ນະໂຍບາຍ ເພື່ອຮັບໃຊຜົນປະໂຫຍດຂອງຊົນຊັ້ນປົກຄອງ ແລະ ແມ່ນການຫັນເອົາແນວທາງນະໂຍບາຍປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານ ແລະ ມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ຊີວິດການເມືອງຂອງປວງຊົນລາວທັງຊາດ; ພ້ອມທັງສ່ອງແສງໃຫ້ເຫັນເຖິງລະບອບການເມືອງ, ເສດຖະກິດ-ສັງຄົມ, ລະບົບການຈັດຕັ້ງກົງຈັກລັດໃນໄລຍະໃໝ່ ແລະ ແມ່ນໝາກຜົນແຫ່ງສະຕິປັນຍາ, ການປະກອບສ່ວນຢ່າງກວ້າງຂວາງຂອງປະຊາຊົນໃນທົ່ວປະເທດ ທີ່ສ່ອງແສງຢ່າງຈະແຈ້ງເຖິງເຈດຈໍານົງອັນສູງສົ່ງ ຍາວນານ ແລະ ຄວາມຕັດສິນໃຈອັນແຮງກ້າຂອງວົງຄານາຍາດແຫ່ງຊາດ ທີ່ໄດ້ພ້ອມກັນສູ້ຊົນ ເພື່ອບັນລຸຈຸດໝາຍ ສ້າງສາພັດທະນາປະເທດໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ.

ໃນໂກາດກາດທີ່ມີຄວາມໝາຍຄວາມສໍາຄັນທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຂື້ນຜ່ານບົດປາຖະກະຖາ ວັນຢຶດອໍານາດ 23 ສິງຫາ ເຊີ່ງຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດສາດແຫ່ງການກໍ່ຕັ້ງອັນສະຫງ່າງາມ ແລະ ໄດ້ຖືກປົກປັກຮັກສາເປັນເວລາຫຼາຍພັນປີມາແລ້ວ ໂດຍຍຜ່ານການຕໍ່ສູ້ມາຫຼາຍສະຕະວັດທີ່ໄດ້ຮັບໄຊຊະນະເປັນກ້າວໆມາ ສະນັ້ນ ວັນຍຶດອໍານາດ 23 ສິງຫາ ຈິຶ່່ງມີຄວາມໝາຍຄວາມສໍາຄັນຫຼາຍສໍາລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພືຶ່່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ ” ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ “; ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ – ເລນິນ ເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກໍາລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າ ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງ ປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕ້ານສັດຕູໂຕດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມືຶ່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປະຈຸບັນ.

ໃນວາລະຂອງພິທີ ທ່ານ ສົມຈ໋າຍ ແຝງຫຼ້າ ຮອງປະທານອົງການແນວລາວສ້າງຊາດແຂວງ ໄດ້ຜ່ານບົດມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ທີ່ມີມູນເຊື້ອເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ນັບທັງຄົນເຊື້ອຊາດລາວ ຢູ່ຕ່າງປະເທດໃຕ້ຮົ່ມທຸງປະຕິວັດ ຂອງພັກປະຊາຊົນ ປະຕິວັດລາວ, ໄດ້ຢຶດໝັ້ນພັນທະພາບກໍາມະກອນ-ຊາວກະສິກອນ, ນັກຮຽນຮູ້ ປັນຍາຊົນປະຕິວັດ ແລະ ຊັ້ນຄົນທີ່ກ້າວໜ້າ ພາຍໃຕ້ການນໍາພາຂອງພັກ, ເດັດດຽ່ວໜຽວແໜ້ນສຶກສາອົບຮົມປະຊາຊົນໄປຕາມພັກບໍ່ວ່າຍາມໃດກໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດຂອງພັກ ໃນທຸກໄລຍະຂອງການປະຕິວັດ, ແນວລາວສ້າງຊາດ ມີມູນເຊື້ອຮ່ວມສໍາພັນທາງການເມືອງ ແລະ ທາງດ້ານການທະຫານກັບກໍາລັງເປັນກາງທີ່ກ້າວໜ້າ ແລະ ຊັ້ນຄົນຕ່າງໆ ນັບທັງຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫຼົ່າດ້ວຍການໝູນໃຊ້ຫຼັກການ, ນະໂຍບາຍອັນຖືກ ຕ້ອງຂອງພັກ ແລະ ຂົນຂວາຍປູກລະດົມ, ດຶງດູດເອົາກໍາລັງເປັນກາງເຂົ້າຮ່ວມໃນຂະບວນການປະຕິວັດ, ເຮັດ​ໃຫ້​ຂະບວນການປະຕິວັດນັບມື້ເຕີບໃຫຍ່ເຂັ້ມແຂງຂື້ນ​ຢ່າງ​ບໍ່​ຢຸດຢັ້ງ ແລະ ມີມູນເຊື້ອສໍາພັນສູ້ຮົບ, ສາມັກຄີພິເສດກັບກອງທັບ ແລະ ປະຊາຊົນ, ຫວຽດນາມ, ປະຕິ ບັດການຮ່ວມສໍາພັນສາມຊາດລາວ-ຫວຽດນາມ-ກໍາປູເຈຍ ເພື່ອພ້ອມກັນຕີສັດຕູໂຕດຽວ, ມີມູນເຊື້ອເປັນທີ່ປຶກສາ, ແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ; ແນວໂຮມເຮັດບົດບາດເປັນຂົວຕໍ່ທີ່ດີ ລະຫວ່າງມະຫາຊົນກັບພັກ ແລະ ລະຫວ່າງປະຊາຊົນກັບລັດ ແລະ ແນວລາວສ້າງຊາດ ຍັງເປັນແຫຼ່ງກໍາເນີດເຕີບໃຫຍ່, ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານຮຸ່ນຕ່າງໆ ຫຼາຍທ່ານໄດ້ກາຍເປັນພະນັກງານຫຼັກແຫຼ່ງຂອງການປະຕິວັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa