ອານຸກໍາມະການໂຄສະນາປຸກລະດົມຂະບວນການ ລົງໂຄສະນາປຸກລະດົມ ມວນຊົນໃຫ້ໄປໃຊ້ສິດໃນວັນເລືອກຕັ້ງ ວັນທີ 22 ກຸມພາ 2026

ເພື່ອເປັນການສ້າງຂະບວນການປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມໃນມື້ເລືອກຕັ້ງ ສສຊ ຊຸດທີ່ X ແລະ ສສຂ ຊຸດທີ V ແຂວງຫຼວງນໍ້າທາ ທາງອານຸກໍາມະການປຸກລະດົມຂະບວນການ ກໍ່ຄືຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ມີການຈັດຕັ້ງປະຕິບັດທີມງານລົງໂຄສະນາດ້ວຍການເປີດສຽງສະປອດໂຄສະນາປຸກລະດົມເຊີນຊວນ ພໍ່, ແມ່, ພີ່ນ້ອງຊາວຫຼວງນໍ້າທາຜູ້ທີ່ມີສິດປ່ອນບັດເລືອກຕັ້ງແຕ່ອາຍຸ 18 ປີຂື້ນໄປໃຫ້ໄປໃຊ້ສິດເລືອກຕັ້ງຜູ້ແທນສະມາຊິກສະພາຢ່າງເຕັມສ່ວນ ໃນວັນທີ 22 ກຸມພາ 2026 ນີ້ຕາມຈຸດ, ເຂດ ປ່ອນບັດເລືອກຕັ້ງພາຍໃນບ້ານ ແລະ ເມືອງຂອງຕົນທີ່ໄດ້ກໍານົດໄວ້.ການລົງເປີດສຽງໂຄສະນາໄດ້ແບ່ງອອກເປັນ 4 ທີມ, ໂດຍການເປີດສຽງປ່າວໂຄສະນາໄປຕາມເສັ້ນທາງໃຫຍ່ ແລະ ເສັ້ນທາງບ້ານຫາບ້ານຕ່າງໆ ພາຍໃນເທດສະບານແຂວງ ແລະ ບັນດາບ້ານພາຍໃນເມືອງຫຼວງນໍ້າທາ ເພື່ອຮັບປະກັນເຮັດໃຫ້ການດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້ໃຫ້ບັນລຸ 400%; ໃນນັ້ນຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດດ້ວຍຕົນເອງ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາ 100%.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa