ພິທີ ເປີດຊຸດຝຶກອົບຮົມທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ ພະແນກແຜນການ ແລະ ການລົງທຶນແຂວງ.

ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບການເພີ່ມທະວີ ວຽກງານການເມືອງ-ແນວຄິດທິດສະດີຂອງພັກ ຕິດພັນກັບການສ້າງຂະບວນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ອີງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະໂຄສະນາອົບຮົມແຂວງ ໃນນາມເປັນເສນາທິການໃຫ້ແກ່ອົງຄະນະພັກແຂວງໃນການເຜີຍແຜ່, ເຊື່ອມຊືມແນວທາງການເມືອງຂອງພັກ ແລະ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ, ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທຸກຊັ້ນຄົນ ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກອິດທິກໍາລັງປໍລະປັກທີ່ຫວັງມ້າງເພທໍາລາຍປະເທດຊາດໃນແຕ່ລະໄລຍະນັ້ນ ມາໃນວັນທີ 26 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງ ໄດ້ເປີດຊຸດຝຶກອົບຮົມທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານຂົງເຂດການເມືອງ-ແນວຄິດ, ພັກ-ພະນັກງານຂັ້ນແຂວງ, ທ່ານ ສິງໄຊ ວັນຄໍາ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ວົງມະນີ ເພືອປະຊາ ກໍາມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ເປັນກຽດເຂົ້າຮ່ວມ ມີຕາງໜ້າຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ອົງການກວດກາລັດແຂວງ, ຫ້ອງວ່າການແຂວງ, ພະແນກພາຍໃນແຂວງ ແລະ ມີເປົ້າໝາຍສໍາມະນາກອນເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ 25 ສະຫາຍ, ຍິງ 10 ສະຫາຍ.

 

ພິທີດັ່ງກ່າວ ທ່ານ ສິງໄຊ ວັນຄຳ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົມຮົມແຂວງ ໄດ້ກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ ເຊີ່ງການເປີດຊຸດອົບຮົມຄັ້ງນີ້ເປັນຊຸດທີ 4 ປະຈໍາປີ 2024  ໂຄງການຫຼັກສູດນີ້ເປັນຫຼັກສູດໃໝ່ ທີ່ທາງຄະນະໂຄສະນາອົບຮົມສູນກາງພັກສ້າງຂື້ນ ລວມມີ 11 ເອກະສານ ແລະ 11 ເປົ້າໝາຍທີ່ຈະໄດ້ຝຶກອົບຮົມ ສໍາລັບຊຸດຝຶກອົບຮົມຄັ້ງນີ້ແມ່ນໂຄງການຫຼັກສູດສໍາລັບພະນັກງານ-ລັດຖະກອນ, ສະມາຊິກພັກ ທີ່ຍັງບໍ່ໄດ້ຜ່ານການຮຽນທິດສະດີການເມືອງມາກ່ອນ ; ເອກະສານທີ່ນໍາມາຝຶກໃນຄັ້ງນີ້ລວມມີທັງໝົດ 14 ບົດ, ມີ 2 ພາກ ແລະ ໃຊ້ເວລາຝຶກ 5 ວັນ.

ໃນວາລະຂອງພິທີ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານຂົງເຂດການເມືອງ- ແນວຄິດ, ພັກ-ພະນັກງານຂັ້ນແຂວງ ໄດ້ມີຄຳເຫັນໂອ້ລົມ ເຊີ່ງທ່ານ​ຮຽກຮ້ອງ​ມາ​ຍັງ ນັກວິທະຍາກອນ ​ແລະ ​ສໍາ​ມະ​ນາກ​ອນທຸກ​ທ່ານ ຈົ່ງ​ພ້ອມ​ກັນສຸມ​ສະຕິປັນຍາ, ​ຄົ້ນຄວ້າ, ປຶກສາ​ຫາລື ​ແລກປ່ຽນບົດຮຽນ ແລະ ປະກອບ​ຄໍາ​ຄິດຄໍາ​ເຫັນ ທາງດ້ານຫຼັກມູນພື້ນຖານ, ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ພ້ອມ​ກັນປະຕິບັດ​ວາລະ​ດໍາ​ເນີນ ພິທີ​ຝືກອົບຮົມ​ໃຫ້​ເຂັ້ມ​ງວດ; ​ເພື່ອ​ເຮັດ​ໃຫ້ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ມີ​ຜົນ​ສໍາ​ເລັດ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້.

ຊຸດຝຶກອົບຮົມດັ່ງກ່າວ ແມ່ນເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນພະແນກແຜນການ ແລະ ການລົງທຶນແຂວງ ມີຄວາມຮັບຮູ້-ເຂົ້າໃຈ, ຄວາມຮູ້ພື້ນຖານກ່ຽວກັບ ລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈກ່ຽວກັບນະໂຍບາຍຂອງພັກ ໂດຍສະເພາະແມ່ນແນວທາງປ່ຽນແປງໃໝ່ ຮອບດ້ານຢ່າງມີຫຼັກການຂອງພັກ, ແນວທາງເສດຖະກິດຂອງພັກ ທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ປະເທດເຮົາ, ແນວທາງພັດທະນາເສດຖະກິດ, ຕິດພັນກັບວັດທະນະທຳ-ສັງຄົມ, ສ້າງລັດແຫ່ງກົດໝາຍ ພາຍໃຕ້ການນຳພາຂອງພັກ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ໃນການປະຕິບັດໜ້າທີ່ການເມືອງໃຫ້ຖືກຕາມແນວທາງຂອງພັກ-ລັດ, ຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນກວ່າເກົ່າ, ຍົກສູງຄວາມສາມາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກໃຫ້ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂຕົວຈິງຂອງຂະແໜງການ, ທ້ອງຖິ່ນຂອງຕົນ ເພື່ອປັບປຸງແບບແຜນວິທີເຮັດວຽກ, ສາມາດຜັນຂະຫຍາຍແນວທາງການເມືອງຂອງພັກເຂົ້າໃນວຽກງານທີ່ໄດ້ຮັບການມອບໝາຍໃຫ້ກວ້າງຂວາງຂື້ນໄປເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa