ພິທີ ປິດຊຸດຝຶກອົບຮົມທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ ພະແນກແຜນການ ແລະ ການລົງທຶນແຂວງ.

ພາຍຫຼັງທີ່ໄດ້ຝຶກອົບຮົມຍົກລະດັບທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ ພະແນກແຜນການ ແລະ ການລົງທຶນແຂວງ ເຊິ່ງດໍາເນີນມາເປັນເວລາ 5 ວັນ ມາໃນຕອນເຊົ້າຂອງວັນທີ 30 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງ ໄດ້ປີດຊຸດຝຶກອົບຮົມຍົກລະດັບທິດສະດີ-ແນວທາງການເມືອງຂອງພັກ ໃຫ້ແກ່ພະນັກງານ-ລັດຖະກອນ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານຂົງເຂດການເມືອງ-ແນວຄິດ, ພັກ-ພະນັກງານຂັ້ນແຂວງ, ທ່ານ ສິງໄຊ ວັນຄໍາ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ແອໃຫຍ່ ຈັນສະຫວັດ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ເປັນກຽດເຂົ້າຮ່ວມມີຕາງໜ້າຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ອົງການກວດກາລັດແຂວງ, ຫ້ອງວ່າການແຂວງ, ພະແນກພາຍໃນແຂວງ ແລະ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວໄດ້ແກ້ໄຂຂໍ້ຂ້ອງໃຈລະຫວ່າງ ສໍາມະນາກອນ ແລະ ວິທະຍາກອນ ເພື່ອໃຫ້ກໍາໄດ້ເນື້ອໃນຕົ້ນຕໍທີ່ສໍາຄັນ, ຜ່ານການຝືກອົບຮົມຄັ້ງນີ້ ມີ 14 ບົດ ແບ່ງເປັນ 2 ພາກ ເທົ່າກັບ 48 ຊົ່ວໂມງ ແລະ ສາມາດປະເມີນຄວາມຮັບຮູ້ຂອງສໍາມະນາກອນໄດ້ 90 % ແລະ ໃນວາລະຂອງພິທີ ທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ສໍາມະນາກອນທີ່ສໍາເລັດຊຸດຝືກອົບຮົມ ແລະ ເພື່ອໃຫ້ຊຸດຝຶກອົບຮົມມີຄວາມໝາຍຄວາມສໍາຄັນ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານຂົງເຂດການເມືອງ-ແນວຄິດ, ພັກ-ພະນັກງານຂັ້ນແຂວງມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ເຊີ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ ຕໍ່ວິທະຍາກອນ ແລະ ສໍາມະນາກອນທີ່ໄດ້ສຸມສະຕິປັນຍາ ເອົາໃຈໃສ່ໃນການຝືກອົບຮົມຢ່າງຕັ້ງໜ້າ ເຖີງວ່າເວລາຈັດຊຸດຝືກອົບຮົມຈະໃຊ້ເວລາສັ້ນ ແຕ່ກໍ່ເປັນການສ້າງໃຫ້ສໍາມະນາກອນທີ່ຜ່ານການຝຶກອົບຮົມໄດ້ມີຄວາມຮັບຮູ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງກ່ຽວກັບຫຼັກມູນທິດສະດີ ມາກ-ເລນິນ, ທັດສະນະຂອງພັກ, ການຍົກສູງທິດສະດີການເມືອງ ແລະ ການປົກຄອງ, ການຄຸ້ມຄອງລັດ – ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍຂອງລັດແຕ່ລະໄລຍະ ແລະ ຍັງເຊື່ອແນ່ວ່າບັນດາສໍາມະນາກອນຈະນໍາເອົາບົດຮຽນດັ່ງກ່າວ ເພື່ອໜູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີກວ່າເກົ່າ ແລະ ຕອນທ້າຍກ່າວປິດພິທີຢ່າງເປັນທາງການໂດຍ ສະຫາຍ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa