ພິທີ ປາຖະກະຖາ 1 ວັນສຳຄັນຂອງຊາດ
ໃນຕອນເຊົ້າຂອງວັນທີ 17 ມັງກອນ 2025 ຄະນະໂຄສະນາອົບຮົມເມືອງຫລວງນໍ້າທາໄດ້ສົມທົບກັບກອງບັນຊາການທະຫານເມືອງຫລວງນໍ້າທາ ໄດ້ເປີດພິທີ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ຢູ່ທີ່ສະໂມສອນເມືອງຫລວງນໍ້າທາ ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ສອງກອງບັນຊາການ ແຂກຖືກເຊີນ ກໍ່ໃຫ້ກຽດເຂົ້າຮ່ວມຢາງພ້ອມພຽງ.



ໃນພິທີດັ່ງກ່າວ ທ່ານ ຄໍາຫຼ້າ ແຫຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຜູ້ຊີ້ນໍາຂົງເຂດພັກ – ພະນັກງານ ກໍ່ໄດ້ຂື້ນຜ່ານເອກະສານ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ໄດ້ຜ່ານຜົນງານ 1 ປີ ຂອງກອງບັນຊາການ ປກຊ ເມືອງ, ມີຈຳນວນພົນເຂົ້າຮ່ວມທັງໝົດ 105 ທ່ານ, ຍິງ 24 ທ່ານ.
ພິທີດັ່ງກ່າວໄດ້ລະນຶກເຖີງຄຸນງາມຄວາມດີ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງກຳລັງ ປກຊ.
