ພິທີ ປະກາດພະນັກງານ-ລັດຖະກອນ ອອກພັກຜ່ອນຮັບອຸດໜູນບໍານານ

ອີງຕາມ   ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 734, ລົງວັນທີ 5 ກໍລະກົດ 2024 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກຜ່ອນຮັບອຸດໜູນບໍານານ.

ຕອນເຊົ້າວັນທີ 2 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຊັ້ນ 4 ໄດ້ຈັດພິທີ ປະກາດພະນັກງານ-ລັດຖະກອນ ອອກພັກຜ່ອນຮັບອຸດໜູນບໍານານ ໂດຍໃຫ້ກຽດເປັນປະທານຂອງທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ເປັນກຽດເຂົ້າຮ່ວມມີ ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າຄະນະໂຄສະນາອົບຮົມເມືອງຫຼວງນໍ້າທາ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ

ໃນວາລະຂອງພິທີ ທ່ານ ບຸນສາງ ອິນມະນີ ໄດ້ກ່າວມອບວຽກທີ່ຕົນເອງໄດ້ຊີ້ນໍາ-ນໍາພາໃນໄລຍະຜ່ານມາຄືນໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ແລະ ໄດ້ເຊັນບົດບັນທຶກວຽກງານຄືນໃຫ້ທາງຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍມີພະນັກງານເຂົ້າຮ່ວມເປັນສັກຂີພະຍານ.

ຕອນທ້າຍຂອງພິທີທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຍັງໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍມາຍັງທ່ານ ບຸນສາງ ອິນມະນີ ທີ່ໄດ້ຊີ້ນໍາ-ນໍາພາ ເຮັດໃຫ້ວຽກງານຄະນະໂຄສະນາອົບຮົມແຂວງ ກໍ່ຄືວຽກງານ ຂອງ 2 ຂະແໜງການທີ່ທ່ານໄດ້ຊີ້ນໍານັ້ນມີທ່າກ້າວຂະຫຍາຍຕົວ ແລະ ໄດ້ເຄື່ອນໄຫວຕາມພາລະບົດບາດ ເຮັດໃຫ້ວຽກງານປະສົບຜົນສໍາເລັດເປັນກ້າວໆມາ ແລະ ຍັງໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຊີ້ນໍາ-ນໍາພາວຽກງານຄະນະໂຄສະນາອົບຮົມແຂວງໃຫ້ໄດ້ຮັບຜົນສໍາເລັດໃນແຕ່ລະໄລຍະ ແລະ ສືບຕໍ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ, ເມືອງ ໃຫ້ໜັກແໜ້ນ ແລະ ເພີ່ມຄວາມສາມັກຄີຮັກແພງໝູ່ຄະນະ, ສາມັກຄີພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຄະນະໂຄສະນາອົບຮົມໃຫ້ມີທ່າກ້າວຂື້ນຢ່າງບໍ່ຢຸດຢັ້ງ ພິທີດັ່ງກ່າວໄດ້ປິດລົງໃນຕອນດຽວກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa