ພິທີເປີດຊຸດຝຶກອົບຮົມພື້ນຖານບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຣນິກຂອງຄະນະໂຄສະນາອົບຮົມແຂວງ.

ເພື່ອຍົກສູງວຽກງານໂຄສະນາອົບຮົມໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ເວົ້າລວມ; ເວົ້າສະເພາະກໍ່ຄື ການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາອົບຮົມໃຫ້ກາຍເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0 ແລະ ສາມາດຕອບສະໝອງດ້ານຄວາມຮູ້, ຄວາມສາມາດທາງດ້ານວຽກງານໄອທີໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ, ເມືອງ ໃຫ້ນັບມື້ນັບສູງຂື້ນນັ້ນ.

ວັນທີ 17-18 ມິຖຸນາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບພື້ນຖານບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຣນິກຂອງຄະນະໂຄສະນາອົບຮົມແຂວງ ໂດຍໄດ້ຝຶກຮ່ວມກັບບັນດາຄະນະໂຄສະນາອົບຮົມ 5 ແຂວງ ແລະ ມີບັນດາແອັດມິນແຕ່ລະແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະໄດ້ເນັ້ນພາກປະຕິບັດຕົວຈິງໂດຍແອັດມິນບັນດາແຂວງໄດ້ມີການສົນທະນາແລກປ່ຽນບົດຮຽນນໍາອາຈານຈາກຄະນະໂຄສະນາອົບຮົມສູນກາງພັກດ້ວຍຄວາມຮັບຜິດຊອບສູງ ແລະ ມີບັນຍາກາດຟົດຟື້ນ.ຊຸດຝຶກອົບຮົມຄັ້ງນີ້ຈະໃຊ້ເວລາຝຶກ 2 ເທົ່າກັບ 12 ຊົ່ວໂມງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa