ພິທີປາຖະກະຖາ ວັນເກີດປະທານສຸພານຸວົງ ຄົບຮອບ 115 ປີ ແລະ ວັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ທີ່ແຂວງຫຼວງນໍ້າທາ.

ຕອນເຊົ້າວັນທີ 12 ກໍລະກົດ 2024 ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ສົມທົບກັບຫ້ອງວ່າການແຂວງຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024 ), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 47 ປີ ( 18 ກໍລະກົດ 1977-18 ກໍລະກົດ 2024 ) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ ( 5 ກັນຍາ 1962-5 ກັນຍາ 2024 ) ຂຶ້ນທີ່ສະໂມສອນຂອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຈັນທອງ ແກ້ວປະເສີດ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດການເມືອງ-ແນວຄິດ, ພັກ-ພະນັກງານຂັ້ນແຂວງ, ມີບັນດາທ່ານ ກໍາມະການປະຈໍາພັກແຂວງ, ຄະນະບໍລິຫານງານພັກແຂວງ, ຕາງໜ້າພະແນກການ, ຜູ້ຕາງໜ້າສະມາຊິກສາພາປະຊາຊົນແຂວງ, 2 ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອົງການແນວລາວສ້າງຊາດ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 194 ເທື່ອຄົນ, ຍິງ 74 ເທື່ອຄົນ.

ໃນພິທີທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຫວນຄືນເຖິງຊີວິດ ແລະ ພາລະກິດການເຄື່ອນ ໄຫວ, ຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ເຊິ່ງຕະຫຼອດໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອຊີ້ນໍາ-ນໍາພາຂະບວນການຕໍ່ສູ້ປະຕິວັດ ແລະ ເປັນບຸກຄົນສໍາຄັນໃນການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນທັງຊາດ, ຕີຕ້ານທຸກກົນອຸບາຍ ຂອງສັດຕູຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ, ປະທານ ສຸພານຸວົງ ປຽບເໝືອນຄັນທຸງແຫ່ງຄວາມສາມັກຄີເປັນອັນໜຶ່ງອັນດຽວລະຫວ່າງປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນຢ່າງສະເໝີຕົ້ນສະເໝີປາຍ ແລະ ຄວາມຄິດດັ່ງກ່າວແມ່ນເລີ່ມຈາກຜົນປະໂຫຍດອັນຍິ່ງໃຫຍ່ຂອງຊາດ, ປະທານ ສຸພານຸວົງ ໄດ້ຊາບຊຶມ ແລະ ປະສານສົມທົບກົມກຽວລະຫວ່າງລັດທິມາກ-ເລນີນທີ່ວ່າ: “ການປະຕິວັດແມ່ນພາລະກິດຂອງມະຫາຊົນ” ກັບແນວຄິດທີ່ເປັນມູນເຊື້ອຂອງປູ່ຍ່າຕາຍາຍຂອງພວກເຮົາສອນໄວ້ວ່າ: “ໄມ້ລຳດຽວລ້ອມຮົ້ວບໍ່ໄຂ່ວ, ໄຜ່ບໍ່ພ້ອມສ້າງບ້ານບໍ່ເຮືອງ”

ປະທານ ສຸພານຸວົງ ແມ່ນບຸກຄົນທີ່ຫາຍາກ ໃນປະຫວັດສາດ, ເພິ່ນເປັນເຊື້ອເຈົ້າ, ເປັນປັນຍາຊົນຜູ້ຍິງໃຫຍ່ຜູ້ດ່ຽວທີ່ໄດ້ເລີ່ມຈາກຈິດໃຈຮັກຊາດອັນດູດດື່ມກາຍເປັນນັກຮົບປະຕິວັດ ທີ່ອົງອາດກ້າແກ່ນ ທີ່ເດີນຕາມເສັ້ນທາງຂອງພັກຢ່າງສຸດກົກສຸດປາຍ ແລະ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນ ຕໍ່ອຸດົມການສັງຄົມ ຍາມໃດເພິ່ນກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາຊົນສູງກວ່າຜົນປະໂຫຍດຂອງສ່ວນຕົວ ແລະ ຖ່ອມຕົວ. ປະທານສຸພານຸວົງ ດໍາລົງຊີວິດແບບລຽບງ່າຍ, ກະທັດລັດ, ເພິ່ນເປັນຄົນດຸໝັ່ນ ມັກຄົ້ນຄວ້າຮໍ່າຮຽນ, ສະແຫວງຫາຄວາມກ້າວໜ້າ, ຫ້າວຫັນຕໍ່ວຽກງານ, ປະຢັດ, ບໍ່ຖືຕົວ, ນິ້ມນວນ, ມິນິໄສຄ່ຽມຄົມ, ເຮັດວຽກມີແບບແຜນ, ເວົ້າແທ້ທໍາຈິງ, ມີຄວາມເອື້ອເຟື້ອເພື່ອແຜ່, ຈິງໃຈຊື່ສັດ.

ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ສິງແກ້ວ ແສນປັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດປາຖະກະຖາ ພາຍໃຕ້ຫົວຂໍ້ “ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ” ເນື່ອງໃນໂອກາດວັນເຊັນສົນທິສັນຍາມິດຕະພາຍ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ; ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ຄວາມຫມາຍສໍາຄັນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດ, ປະຫວັດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດໂດຍຜ່ານຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃຫມ່, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ແລະ ເປັນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ທີ່ມີຄວາມດູດດື່ມເລິກເຊິ່ງ ແໜ້ນແຟ້ນ ໝັ້ນຄົງ ແລະ ມີຊີວິດຊີວາ ທີ່ເຕັມໄປດ້ວຍຄວາມເຫຼື້ອມໃສຫາສາຍພົວພັນໃດໃນໂລກນີ້ປຽບທຽບໄດ້ຍາກ  ​ເຊິ່ງປະທານ ໂຮ່ຈິມິນ ໄດ້ກັ່ັນຕອງພັນລະນາ ສາຍພົວພັນລາວ-ຫວຽດນາມ ໃນບົດກາວີທີ່ມີຊື່ສຽງຂອງເພິ່ນວ່າ:  “ຮັກແພງກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍດຸ່ງໄປ ສອງຊາດລາວ-ຫວຽດນາມ ໄດ້ຝັງຮັກຢູ່ໃນໃຈ ຮົງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້”, ປະທານ ສຸພານຸວົງ ໄດ້ເວົ້າວ່າ: “ລາວ ແລະ ຫວຽດນາມ ເປັນປະເທດເພື່ອນບ້ານໃກ້ຄຽງ, ເປັນບ້ານພີ່ເມືອງນ້ອງທີ່ໃກ້ຊິດຕິດພັນກັນຮ່ວມສາຍພູຫຼວງອັນດຽວ, ຮ່ວມແມ່ນໍ້າລໍາດຽວປະຊາຊົນສອງຊາດພວກເຮົາໄດ້ຮ່ວມສຸກຮ່ວມທຸກນໍາກັນມາຕັ້ງແຕ່ດົນນານ, ພວກເຮົາໄດ້ຮ່ວມຊາຕາກໍາອັນດຽວກັນ, ມີສັດຕູຕົວດຽວກັນ, ເຄີຍອຸ້ມຊູຊ່ວຍເຫຼືອກັນໃນຍາມສ້າງຊາດກໍຄືໃນຍາມກູ້ຊາດ. ມິດຕະພາບຖານພີ່ນ້ອງລະຫວ່າງລາວ-ຫວຽດນາມພວກເຮົາແມ່ນຍິ່ງໃຫຍ່ ແລະ ບໍ່ມີບົດເພງ ແລະ ກາບກອນໃດໆຈະພັນລະນາໃຫ້ຄົບຖວ້ນໄດ້, ມິດຕະພາບອັນນັ້ນສູງກວ່າຈອມພູ, ຍາວກວ່າລໍາແມ່ນໍ້າ, ກວ້າງກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມກວ່າກິ່ນດອກໄມ້ທີ່ຫອມກວ່າເພິ່ນ. ມິດຕະພາບອັນສູງເດັ່ນນັ້ນ ປະຊາຊົນທັງສອງຊາດພວກເຮົາໄດ້ເສີມສ້າງຂຶ້ນດ້ວຍນໍ້າຈິດນໍ້າໃຈຂອງພວກເຮົາ. ສະນັ້ນມັນຈຶ່ງຈະບໍ່ມີສັດຕູມານຮ້າຍໃດໆຈະມາແຕະຕ້ອງມ້າງເພໄດ້” ສອງຊາດ ລາວ – ຫວຽດນາມ ໄດ້ພ້ອມກັນເພີ່ມພູນຄູນສ້າງມິດຕະພາບແບບພິເສດ, ການພົວພັນຮ່ວມມື ຮອບດ້ານ ນັບມື້ຍິ່ງຂະຫຍາຍ ຕົວກ້າວເຂົ້າສູ່ລວງເລິກ, ແທດເໝາະກັບສະພາບການຕົວຈິງ ແລະ ມີປະ ສິດທິຜົນ, ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມ ມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ; ສະແດງອອກທາງດ້ານການເມືອງ, ການຕ່າງປະເທດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຮ່ວມມືດ້ານເສດຖະກິດ, ດ້ານຄົມມະນາຄົມຂົນສົ່ງ, ດ້ານວັດທະນະທໍາ-ສັງຄົມ, ການຮ່ວມມືດ້ານການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບໍາລຸງວິຊາຊີບ, ການຊ່ວຍເຫຼືອລ້າຂອງຫວຽດນາມໃຫ້ແກ່ລາວ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມຮອບດ້ານລາວ-ຫວຽດນາມ ມີດັ່ງນີ້:

  1. ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມໃຫ້ເຂົ້າສູ່ລວງເລິກ, ສູ້ຊົນເຮັດໃຫ້ການພົວພັນຮ່ວມມື ດ້ານເສດ ຖະກິດ-ການຄ້າສົມຄູ່ກັບຜົນສໍາເລັດໃນການພົວພັນດ້ານການເມືອງ ແລະ ຄວາມໝັ້ນຄົງ.
  2. ເພີ່ມທະວີການໂຄສະນາສຶກສາອົບຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ, ເປັນຕົ້ນຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບມູນເຊື້ອສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ – ຫວຽດນາມ, ດັ່ງຄໍາສັ່ງສອນຂອງປະທານສຸພານຸວົງ … ທະນຸຖະໜອມມິດຕະພາບນັ້ນ ຄືກັນກັບເກືອຮັກສາຄວາມເຄັມ, ໝາກເພັດຮັກສາຄວາມຮ້ອນ, ຕາບໃດຍັງມີຟ້າ ແລະ ດິນ, ຕາບນັ້ນກໍຍັງມີຄວາມສາມັກຄີລາວ-ຫວຽດນາມ.
  3. ເພີ່ມທະວີຄວາມຕັ້ງໜ້າເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດສົນທິ ສັນຍາ, ສັນຍາ ແລະ ຂໍ້ຕົກລົງຂອງ 2 ກົມການເມືອງ ແລະ ລັດຖະບານຂອງ 2 ປະເທດ ລວມທັງສັນຍາ ແລະ ຂໍ້ຕົກລົງຕ່າງໆລະຫວ່າງຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດໃຫ້ເກີດຜົນເປັນຈິງ, ປະສານສົມທົບກັບຫວຽດນາມຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາຕ່າງໆນຳກັນດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ເຫັນອົກເຫັນໃຈກັນຖານສະຫາຍອ້າຍນ້ອງ.
  4. ອອກແຮງຊຸກຍູ້ ສ້າງບາດກ້າວບຸກທະລຸໃນການຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດ ຖະກິດ, ວັດທະນະທໍາ, ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຂອງແຕ່ລະປະເທດ ໃຫ້ໄດ້ຫລາຍທີ່ສຸດ; ຍູ້ແຮງການປະຕິບັດບັນດາສົນທິສັນຍາ, ບົດບັນທຶກການຮ່ວມມື ລະຫວ່າງສອງລັດຖະບານ ແລະ ບັນດາແຜນການຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ຢ່າງມີປະສິດທິຜົນ.
  5. ເອົາໃຈໃສ່ຄົ້ນຄວ້າປັບປຸງລະບຽບການ ແລະ ກົນໄກໃຫ້ແທດເໝາະກັບການພົວພັນພິເສດ ເຊິ່ງກັນ ແລະ ກັນ ທັງສອດຄ່ອງກັບລະບຽບການເຊື່ອມໂຍງພາກພື້ນ ແລະ ສາກົນ, ທັງນີ້ກໍເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານຕ່າງໆລະດັບສູນກາງ ແລະ ທ້ອງຖິ່ນໃຫ້ຂະຫຍາຍຕົວເພີ່ມຂຶ້ນຕາມຄາດໝາຍທີ່ວາງໄວ້.
  6. ໃນເງື່ອນໄຂທີ່ສະພາບແວດລ້ອມສາກົນມີການຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກນີ້ ພວກເຮົາຕ້ອງສືບຕໍ່ປົກປັກຮັກສາການພົວພັນ ແລະ ຄວາມສາມັກຄີພິເສດ ລະຫວ່າງ ລາວ – ຫວຽດນາມໄວ້ໃຫ້ໝັ້ນຄົງ, ມີສະຕິລະວັງຕົວ ແລະ ເປັນເຈົ້າການສະກັດກັ້ນ – ຕີຖອຍທຸກກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ; ພ້ອມກັນນັ້ນ ກໍເພີ່ມທະວີການຮ່ວມມື ແລະ ການປະສານສົມທົບການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ ຢ່າງຄ່ອງແຄ້ວ ແລະ ເປັນເອກະພາບກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa