ພິທີຖອດຖອນບົດຮຽນ ລະຫວ່າງງຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ.

ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມມີທ່າກ້າວຂື້ນຢ່າງແຂງແຮງ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ແລະ ເພື່ອເປັນການຢື້ຢາມຖາມຂ່າວຊຶ່ງກັນ ແລະ ກັນ, ການສ້າງຄວາມສາມັກຄີຮັກແພງ ໃນຖານະຄອບຄົວໂຄສະນາອົບຮົມ ແລະ ເປັນເພື່ອນມິດ ທີ່ມີອຸດົມການດຽວກັນລະຫວ່າງສອງແຂວງນັ້ນ.

ວັນທີ 16 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໄດ້ຈັດພິທີຖອດຖອນບົດຮຽນຮ່ວມກັນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ທ່ານ ສົມພອນ ອິນຕະວົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ, ມີບັນດາທ່ານຮອງຫົວໜ້າຄະນະໂຄສະນາອົບຮົມ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການ 2 ແຂວງເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 11 ທ່ານ.

ພິທີດັ່ງກ່າວທັງສອງແຂວງໄດ້ລາຍລາຍສະພາບການເຄື່ອນໄຫວໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໂດຍຫຍໍ້; ຈາກນັ້ນໄດ້ລົງເລິກ ວຽກງານວິຊາສະເພາະຂອງແຕ່ລະຂະແໜງຕາມຄໍາຖາມເຈາະຈີ້ມ ເຊີ່ງລວມມີທັງໜົດ 13 ຄໍາຖາມ ແລະ 13 ຄໍາຕອບທີ່ນໍາມາແລກປ່ຽນບົດຮຽນໃນຄັ້ງນີ້ ຢ່າງກົງໄປກົງມາ ດ້ວຍບັນຍາກາດຝົດຟື້ນ; ນອກຈາກເປັນການແລກປ່ຽນບົດຮຽນນໍາກັນແລ້ວພວກເຮົາຍັງໄດ້ສ້າງບົດບັນທຶກຮ່ວມກັນລະຫວ່າງ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ເປັນແຂວງແຮກສ່ຽວ ໃຫ້ຜັດປ່ຽນກັນເປັນເຈົ້າພາບ 3 ປີໃດໃຫ້ມີການຈັດພິທີແລກປ່ຽນບົດຮຽນຮ່ວມກັນ ແລະ ສາມາດປະສານສົມທົບໄດ້ທຸກວຽກງານ ໂດຍສະເພາະແມ່ນວຽກງານວິຊາສະເພາະແມ່ນສາມາດແລກປ່ຽນບົດຮຽນນໍາກັນໄດ້ຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa