ພິທີຈັດກິດຈະກໍາຖາມ-ຕອບ ວິທະຍາສາດ ວັນສ້າງຕັ້ງພັກ ຄົບຮອບ 70 ປີ.

ວັນທີ 19 ມິຖຸຸນາ 2025 ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ສົມທົບກັບກອງບັນຊາການ ປກສ ເມືອງລອງ ຈັດກິດຈະກໍາຖາມ-ຕອບວິທະຍາສາດ ວັນສ້າງຕັ້ງພັກ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 ) ຢູ່ທີ່ສະໂມສອນຂອງ ປກສ ເມືອງລອງ ໂດຍການເປັນປະທານຮ່ວມຂອງທ່ານ ບຸນປີ ໄລປະເສີດ ກໍາມະການພັກແຂວງ,  ປະທານແນວລາວສ້າງຊາດແຂວງຫຼວງນໍ້າທາ, ທ່ານ ສິງແກ້ວ ແສນປັນຍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ພັທ ໄມຄໍາສາ ບຸນທະວີ ຮອງຫົວໜ້າກອງບັນຊາການ ປກສ ແຂວງລອງ, ມີຄະນະຮັບຜິດຊອບຂັ້ນແຂວງ, ເມືອງ, ມີນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 15 ຄົນ.

ຈຸດປະສົງໃນການຈັດກິດຈະກໍາຖາມ-ຕອບວິທະຍາສາດວັນສ້າງຕັ້ງພັກຄົບຮອບ ຄົບຮອບ 70 ປີ ແມ່ນເພື່ອທົບທວນຫວນຄືນມູນເຊື້ອແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນ ໝາກຜົນຕົວຈີງ ທີ່ພັກປະຊາຊົນປະຕິວັດລາວ ຍາດມາໄດ້ຕະຫຼອດໄລຍະ 70 ປີ.

ຈາກນັ້ນ ນາຍ ແລະ ພົນຕໍາຫຼວດໄດ້ຈັບສະຫຼາກຖາມ-ຕອບວິທະຍາສາດກ່ຽວກັບປະຫວັດວັນສ້າງຕັ້ງພັກ ແລະ ອື່ນໆ ຢ່າງເປັນຂະບວນຟົດຟື້ນພ້ອມດຽວກັນນັ້ນຍັງໄດ້ມອບລາງເພື່ອເປັນຂອງທີ່ລະນຶກໃຫ້ແກ່ຜູ້ທີ່ຕອບຄໍາຖາມ ແລະ ພິທີໄດ້ປິດລົງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa